ຫວຽດ​ນາມ ແລະ ເອ​ຢິບ ເຫັນ​ດີ​ເປັນ​ເອ​ກະ​ພາບ​ຍູ້​ແຮງ​ການ​ພົວ​ພັນ​ຮ່ວມ​ມື​ໃນຫຼາຍ​ດ້ານ

(VOVWORLD) -ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະ ຕັ້ງໜ້າຊຸກຍູ້ການເຊື່ອມໂຍງລະຫວ່າງປະຊາຄົມວິສາຫະກິດສອງປະເທດ, ພິເສດແມ່ນກ່ຽວກັບເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ການທ່ອງທ່ຽວ ແລະ ການພົບປະແລກປ່ຽນປະຊາຊົນ.
ຫວຽດ​ນາມ ແລະ ເອ​ຢິບ ເຫັນ​ດີ​ເປັນ​ເອ​ກະ​ພາບ​ຍູ້​ແຮງ​ການ​ພົວ​ພັນ​ຮ່ວມ​ມື​ໃນຫຼາຍ​ດ້ານ - ảnh 1ທ່ານ ເຈືອງກວາງຮ່ວາຍນາມ,ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ  ແລະ ທ່ານ  Ashraf Rashad Al-Sharif ຮອງປະທານຜູ້ທີໜຶ່ງທັງເປັນເລຂາທິການພັກອະນາຄົດແຫ່ງຊາດ ເອຢິບ

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ເອຢິບ ໃນລະຫວ່າງວັນທີ 27 - 29 ກັນຍາ, ຄະນະປະຕິບັດງານຄະນະພົວພັນຕ່າງປະເທດສູນກາງພັກ ໂດຍທ່ານ ເຈືອງກວາງຮ່ວາຍນາມ,ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເປັນຫົວໜ້າຄະນະ ໄດ້ມີການເຮັດວຽກກັບທ່ານ  Ashraf Rashad Al-Sharif, ສະມາຊິກສະພາຕ່ຳ , ຮອງປະທານຜູ້ທີໜຶ່ງທັງເປັນເລຂາທິການພັກອະນາຄົດແຫ່ງຊາດ ເອຢິບ, ທ່ານ Tariq Radwan ສະມາຊິກສະພາຕ່ຳ, ປະທານກຳມາທິການສິດທິມະນຸດສະພາຕ່ຳ; ທ່ານ Salah Adly ເລຂາທິການໃຫຍ່ ພັກກອມມູນິດ ເອຢິບ, ທ່ານ Ahmad Bahaa Shabaan ເລຂາທິການໃຫຍ່ ພັກສັງຄົມນິຍົມ ເອຢິບ… ທີ່ການເຮັດວຽກ, ທ່ານ ເຈືອງກວາງຮ່ວາຍນາມ ໄດ້ຢັ້ງຢືນວ່າ ຫວຽດນາມ ແລະ ເອຢິບມີຄວາມສາມາດບົ່ມຊ້ອນຮ່ວມມືຫຼາຍຢ່າງໃນຫຼາຍຂົງເຂດທີ່ແຕກຕ່າງກັນ, ເປັນຕົ້ນແມ່ນເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານສະເໜີໃຫ້ສອງຝ່າຍສືບຕໍ່ສົມທົບກັນກວດກາຄືນໃໝ່ ແລະ ປະຕິບັດບັນດາຂໍ້ຕົກລົງຮ່ວມມື ເຊິ່ງສອງປະເທດໄດ້ລົງນາມເນື່ອງໃນໂອກາດການຢ້ຽມຢາມຂັ້ນສູງຂອງການນຳສອງປະເທດ ໃນປີ 2017 ແລະ 2018 ຢ່າງມີປະສິດທິຜົນ, ທ່ານກໍ່ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ຕີລາຄາສູງບົດບາດຂອງ ເອຢິບໃນພາກພື້ນ ຕາເວັນອອກກາງ - ອາຟຼິກກາ.

ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະ ຕັ້ງໜ້າຊຸກຍູ້ການເຊື່ອມໂຍງລະຫວ່າງປະຊາຄົມວິສາຫະກິດສອງປະເທດ, ພິເສດແມ່ນກ່ຽວກັບເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ການທ່ອງທ່ຽວ ແລະ ການພົບປະແລກປ່ຽນປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ