ຫວຽດນາມ ໂຄສະນາ ວັດທະນະທຳທີ່ເປັນເອກະລັກສະເພາະຂອງຕົນຢູ່ຮົ່ງກົງ, ຈີນ
ຄະນະຜູ້ແທນຫວຽດນາມ ສະແດງຊຸດເສື້ອຍາວທີ່ເປັນມູນເຊື້ອ
(ພາບ: Vietnam+)
(vovworld) – ຕອນບ່າຍວັນທີ 16/11, ຢູ່ເຂດປົກປ້ອງພິເສດຮົ່ງກົງ (ປະເທດຈີນ) ໄດ້ຈັດງານມະໂຫລານວັດທະນະທຳ, ສິລະປະຂອງບັນດາປະເທດ ແລະ ເຂດແຄ້ວນ ຂຶ້ນກັບທະວີບອາຊີ ທີ່ມີຊື່ວ່າ “ແນະນຳວັດທະນະທຳຊົນຊາດອາຊີ 2014”. ເຂົ້າຮ່ວມພິທີມີຄະນະຜູ້ແທນ ຮົ່ງກົງ, ມາເກົາ (ປະເທດຈີນ), ບັງກະລາເທດ, ຍີ່ປຸ່ນ, ສ.ເກົາຫຼີ, ຟີລິບປີນ, ສິງກະໂປ, ເນປານ, ມາໄລເຊຍ, ອິນເດຍ ພ້ອມກັບບັນດາປະເທດອື່ນຢູ່ພາກພື້ນ ໃນນັ້ນມີຫວຽດນາມ. ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມມີຊາວຫວຽດນາມ ພວມດຳລົງຊີວິດ ແລະ ເຮັດວຽກຢູ່ມາເກົາ ເຊິ່ງໄດ້ສະແດງບັນດາລາຍການສິລະປະທີ່ເປັນເອກະລັກສະເພາະ, ເຂັ້ນຂົ້ນໄປດ້ວຍສີວັນຊາດຄື: ຟ້ອນພື້ນເມືອງ, ສະແດງຊຸດເສື້ອຍາວທີ່ເປັນມູນເຊື້ອ. ຜ່ານລາຍການຄັ້ງນີ້, ບັນດາວັດທະນະທຳພິເສດຂອງຫວຽດນາມ ໄດ້ຮັບການແນະນຳເຖິງເບັນດາເພື່ອນມິດສາກົນ.