(vovworld) - ຕອນເຊົ້າວັນທີ 16/12, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມໂຕະມົນຂັ້ນສູງກ່ຽວກັບການສົມທົບກັນໜູນຊ່ວຍການພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ. ຢູ່ທີ່ນີ້, ທ່ານນາງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມໂຮນລັງ Schultz Van Hagen ໄດ້ມອບແຜນການທົ່ງພຽງແມ່ນ້ຳຂອງໃຫ້ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູວັນນິງ, ຜູ້ຕາງໜ້າລັດຖະບານຫວຽດນາມ. ແຜນການທົ່ງພຽງແມ່ນ້ຳຂອງ ແມ່ນໝາກຜົນຂອງການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງລັດຖະບານຫວຽດນາມ - ໂຮນລັງ ໃນກວ່າ 3 ປີຜ່ານມາ, ໂດຍອີງໃສ່ແບບຢ່າງຂອງແຜນການທົ່ງພຽງ Rhine Meuse Scheld ຢູ່ໂຮນລັງ. ແຜນການນີ້ ໄດ້ຍົກອອກວິທີພັດທະນາການຜະລິດກະສິກຳ ອີງໃສ່ບັນດາທ່າແຮງດ້ານທຳມະຊາດຂອງເຂດ, ບັນດາຂໍ້ສະເໜີແນະທີ່ກ່ຽວຂ້ອງເຖິງການຄຸ້ມຄອງແຫຼ່ງນ້ຳ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດທີ່ພວມສົ່ງຜົນສະທ້ອນເຖິງທົ່ວເຂດ. ຝ່າຍຫວຽດນາມ ໄດ້ປະກາດບັນດາສາລະບານກິດຈະກຳທີ່ຕ້ອງໄດ້ຮັບບຸລິມະສິດລົງທຶນ ເພື່ອຫຼຸດຜ່ອນບັນດາຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດສຳລັບເຂດທົ່ວພຽງແມ່ນ້ຳຂອງ ແລະ ການພັດທະນາການຜະລິດຢູ່ເຂດດັ່ງກ່າວ.