(vovworld) - ຕອນບ່າຍວັນທີ 28/11, ຢູ່ໂຮນລັງ, ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ໂຮນລັງ ໄດ້ຈັດກອງປະຊຸມຄັ້ງທີ 2 ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຄຸ້ມຄອງແຫຼ່ງນ້ຳ ພາຍໃຕ້ການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຮ່ວາງຈູງຫາຍ ແລະ ລັດຖະມົນຕີກະຊວງພື້ນຖານໂຄງລ່າງ ແລະ ສິງແວດລ້ອມໂຮນລັງ, ທ່ານນາງ Melanie Schultz van Haegen. ສອງຝ່າຍໄດ້ເຫັນດີເປັນເອກະພາບນຳກັນວ່າ ປີ 2013 ຈະສ້າງທິດທາງຕໍ່ໄປໃຫ້ແກ່ບັນດາໂຄງການ ແຜນການເຂດທົ່ງພຽງແມ່ນ້ຳຂອງ ແລະ ພັດທະນານະຄອນໂຮ່ຈິມິນ ຕາມທິດມຸ້ງໄປສູ່ທະເລ, ລວມທັງການຄວບຄຸມນ້ຳຖ້ວມຢູ່ເຂດທົ່ງພຽງແມ່ນ້ຳຂອງ ແລະ ການຮ່ວມມືຢ່າງກ້ວາງກວ່າກ່ຽວກັບຂົງເຂດຄວບຄຸມນ້ຳແກ່ງ ແລະ ຄຸ້ມຄອງນ້ຳໃຫ້ແກ່ນະຄອນໂຮ່ຈິມິນ. ນອກນັ້ນ, ໂຄງການສຶກສາເໜືືອມະຫາວິທະຍາໄລກ່ຽວກັບການຄຸ້ມຄອງນ້ຳ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ລະບົບຊີວະນາໆພັນ, ກະສິກຳທີ່ກ່ຽວຂ້ອງເຖິງຫວຽດນາມ ກໍຊືບຕໍ່ໄດ້ຮັບການປະຕິບັດ, ພ້ອມກັນນັ້ນສອງຝ່າຍກໍສຸມໃສ່ວຽກງານເພີ່ມທະວີການພົບປະດຳເນີນທຸລະກິດ ແລະ ການຄ້າລະຫວ່າງຫວຽດນາມ - ໂຮນລັງ ໃນຂົງເຂດຄຸ້ມຄອງນ້ຳ. ສອງປະເທດຈະຮ່ວມມືສົ່ງເສີມການປະຕິບັດໂຄງການຮ່ວມມືລະຫວ່າງສອງລັດຖະບານກ່ຽວກັບ ການບໍລິໃນຂົງເຂດການອາກາດ ແລະ ນ້ຳ.