ຫວຽດ​ນາມ ໄດ້​ຮັບ​ຮອງ​ເອົາ​ໃບ​ຢັ້ງ​ຢືນ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ຊົ່ວ​ຄາວ​ຂອງ 79 ປະ​ເທດ ແລະ ເຂດ​ແຄ້ວນ

(VOVWORLD) -ນັບແຕ່ວັນທີ 17 ມີນາ ປີ 2022, ຫວຽດນາມ ບັນລຸໄດ້ຂໍ້ຕົກລົງກ່ຽວກັບການຮັບຮອງເອົາປາດສະປໍວັກຊິນ ກັບ 17 ປະເທດ, ລວມມີ: ອາເມລິກາ, ອັງກິດ ແລະ ອຽກລັງເໜືອ, ຍີ່ປຸ່ນ, ອົດສະຕາລີ, ເບລາຣຸດ, ອິນເດຍ, ກຳປູເຈຍ, ຟີລິບປິນ, ມານດິບ, ປາແລັດສະຕິນ, ຕວັກກີ, ເອຢິບ, ສີລັງກາ, ນິວຊີແລນ, ສ.ແຊງລຸຍຊີ ແລະ ສ.ເກົາຫຼີ. 

ວັນທີ 21 ມີນາ, ຕອບຄຳຖາມຂອງນັກຂ່າວກ່ຽວກັບຂ່າວຄາວທີ່ວ່າ ຫວຽດນາມ ຮັບຮອງເອົາປາດສະປໍວັກຊິນທາງເອເລັກໂຕນິກ ກັບບັນດາປະເທດ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: ຕາມນັ້ນແລ້ວ, ນັບແຕ່ວັນທີ 17 ມີນາ ປີ 2022, ຫວຽດນາມ ບັນລຸໄດ້ຂໍ້ຕົກລົງກ່ຽວກັບການຮັບຮອງເອົາປາດສະປໍວັກຊິນ ກັບ 17 ປະເທດ, ລວມມີ: ອາເມລິກາ, ອັງກິດ ແລະ ອຽກລັງເໜືອ, ຍີ່ປຸ່ນ, ອົດສະຕາລີ, ເບລາຣຸດ, ອິນເດຍ, ກຳປູເຈຍ, ຟີລິບປິນ, ມານດິບ, ປາແລັດສະຕິນ, ຕວັກກີ, ເອຢິບ, ສີລັງກາ, ນິວຊີແລນ, ສ.ແຊງລຸຍຊີ ແລະ ສ.ເກົາຫຼີ. ຜູ້ຖື ປາດສະປໍຂອງບັນດາປະເທດນີ້ ເມື່ອເຂົ້າມາຫວຽດນາມ ແລະ ປາດສະປໍຂອງ ຫວຽດນາມ ໄປຍັງບັນດາປະເທດນີ້ໄດ້ນຳໃຊ້ບັນດາມາດຕະການທາງການແພດຄືຜູ້ທີ່ໄດ້ຮັບການສັກວັກຊິນຢູ່ປະເທດປະຈຳຖິ່ນ. ການຮັບຮອງນີ້ ລວມມີການຍົກເວັ້ນລະບຽບການໃບຢັ້ງຢືນຈາກກົງສູນ ເມື່ອນຳໃຊ້ໜັງສືນີ້ຢູ່ບັນດາປະເທດດັ່ງກ່າວ. ໄປຄຽງຄູ່ກັນນັ້ນ, ມາຮອດປັດຈຸບັນ, ຫວຽດນາມ ຍັງພວມມີແບບໃບຢັ້ງຢືນການສັກວັກຊິນຊົ່ວຄາວຂອງ 79 ປະເທດ ແລະ ເຂດແຄ້ວນ ທີ່ໄດ້ແນະນຳກັບກະຊວງການຕ່າງປະເທດຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ