ຫວຽດນາມ-ກູບາສືບຕໍ່ປັງປຸງການພົວພັນຮ່ວມມື2ຝ່າຍໃນທຸກຂົງເຂດ
(ທ່ານປະທານປະເທດ ເຈືອງເຕີ໋ນຊາງ ແລະ ທ່ານປະທານ
Raul Castro ຍ່າງກວດກອງກຽດຕິຍົດ)
(vovworld) – ໂດຍຕອບສະໜອງຕາມຄຳເຊີນຂອງປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີແຫ່ງ ສ.ກູບາ Raul Castro Ruz ,ທ່ານປະທານປະເທດ ຫວຽດນາມ ເຈືອງເຕີ໋ນຊາງ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງລັດ ຫວຽດນາມ ໄດ້ທຳການຢ້ຽມຢາມ ກູບາ ແຕ່ວັນທີ 28 -30/9. ຕອນບ່າຍວັນທີ 29/9, ຢູ່ນະຄອນຫລວງ ລາຮາບານາ, ພາຍຫລັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີ໋ນຊາງ ໄດ້ເຈລະຈາກັບປະທານ Raul Castro Ruz ການນຳທັງ 2 ທ່ານໄດ້ເຫັນດີຕີລາຄາການພົວພັນແບບພິເສດ ຫວຽດນາມ - ກູບາ ໃນໄລຍະທີ່ຜ່ານມາ ສືບຕໍ່ບັນລຸບັນດາບາດກ້າວຂະຫຍາຍຕົວໃໝ່ ແລະ ຕັ້ງໜ້າໃນຫລາຍຂົງເຂດ. ການນຳທັງ 2 ທ່ານໄດ້ເຫັນດີນຳກັນວ່າ: ໃນໄລຍະຈະມາເຖິງ 2 ຝ່າຍຈະສືບຕໍ່ປະຕິບັດເປັນປະຈຳ ແລະ ຍົກສູງປະສິດທິຜົນບັນດາກົນໄກຄະນະກຳມາທິການລະຫວ່າງລັດຖະບານ, ສົນທະນາຍຸດທະສາດຂັ້ນລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ ແລະ ທາບທາມການເມືອງຂັ້ນລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ, ຍູ້ໄວການເຈລະຈາ ແລະ ລົງນາມໃນສັນຍາການຄ້າໃໝ່ໂດຍໄຫວ. ກ່ຽວກັບການຮ່ວມມືຫລາຍຝ່າຍ, ການນຳທັງ 2 ທ່ານຢືນຢັນສືບຕໍ່ເພີ່ມທະວີການສົມທົບ ແລະ ຮ່ວມມືກັນ, ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາໂຄງການສາກົນ ແລະ ເວທີປາໄສຫລາຍຝ່າຍ ແນໃສ່ປົກປ້ອງຜົນປະໂຫຍດອັນຊອບທຳ, ຍົກສູງອິດທິຜົນຊື່ສຽງ ແລະ ທີ່ຕັ້ງບົດບາດຂອງແຕ່ລະປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ 2 ພາກພື້ນ ແລະ ໃນໂລກ. ພາຍຫລັງການເຈລະຈາ ທ່ານປະທານປະເທດ ເຈືອງເຕີ໋ນຊາງ ໄດ້ເປັນສັກຂີພິຍານພິທີລົງນາມໃນສັນຍາຮັບຮອງລະດັບທຽບເທົ່າກ່ຽວກັບໃບປະກາດສະນິຍະບັດໃນການສຶກສາຂັ້ນມະຫາວິທະຍາໄລ ຂັ້ນລັດຖະບານ ແລະ ບົດບັນທຶກຊ່ວຍຈຳ ກ່ຽວກັບແລກປ່ຽນຂໍ້ມູນຂ່າວສານການກວດກາ, ຕິດຕາມກວດກາທະນາຄານລະຫວ່າງທະນາຄານແຫ່ງລັດ ຫວຽດນາມ ແລະ ທະນາຄານສູນກາງ ກູບາ.
ແລະກໍໃນວັນທີ 29/9, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີ໋ນຊາງ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ພົບປະເຈລະຈາກັບທ່ານປະທານສະພາແຫ່ງຊາດ ກູບາ Esteban Lazo. ທີ່ການພົບປະ, ທ່ານປະທານປະເທດ ເຈືອງເຕີ໋ນຊາງ ຢືນຢັນວ່າ: ການນຳ ແລະ ປະຊາຊົນ ຫວຽດນາມ ຖືເປັນສຳຄັນການຮັກສາ ແລະ ຕັດສິນໃຈເຮັດໃຫ້ມູນເຊື້ອການພົວພັນສາມັກຄີອ້າຍນ້ອງ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ກູບາມີຄວາມເລິກເຊິ່ງບໍ່ຢຸດຢັ້ງ. ທ່ານປະທານປະເທດຕີລາຄາສູງການຮ່ວມມືນັບມື້ນັບແໜ້ນແຟ້ນລະຫວ່າງສະພາແຫ່ງຊາດ 2 ປະເທດ ທັງໃນຂອບເຂດ 2 ຝ່າຍ ແລະ ຫລາຍຝ່າຍ, ກໍຄືການປະກອບສ່ວນສຳຄັນຂອງຄະນະສະພາແຫ່ງຊາດ ກູບາ ເຂົ້າໃນຜົນສຳເລັດຂອງກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນຄັ້ງທີ 132 (IPU 132) ໂດຍ ຫວຽດນາມ ເປັນປະເທດເຈົ້າພາບຈັດຕັ້ງໃນຕົ້ນປີ 2015. ທ່ານປະທານສະພາແຫ່ງຊາດ Lazo ຂອບໃຈການນຳ ແລະ ປະຊາຊົນ ຫວຽດນາມ ກ່ຽວກັບນ້ຳໃຈສາມັກຄີ ແລະ ການສະໜັບສະໜູນອັນລ້ຳຄ່າທີ່ສະຫງວນໃຫ້ປະຊາຊົນ ກູບາ, ພິເສດ ແມ່ນບັນດາໄລຍະທີ່ຫຍຸ້ງຍາກຂອງການປະຕິວັດ ກູບາ. ທ່ານປະທານສະພາແຫ່ງຊາດ Lazo ຢືນຢັນວ່າ: ສະພາແຫ່ງຊາດ ກູບາ ຕັດສິນໃຈພ້ອມກັບສະພາແຫ່ງຊາດ ຫວຽດນາມ ສືບຕໍ່ມານະພະຍາຍາມ ເພື່ອແນໃສ່ປະກອບສ່ວນປັບປຸງການພົວພັນຮ່ວມມື 2 ຝ່າຍ, ພິເສດແມ່ນໃນບັນດາຂົງເຂດ ເສດຖະກິດ - ການຄ້າ ແລະ ການລົງທຶນ, ກໍຄືການສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາອົງການສະຫະພັນລັດຖະສະພາສາກົນ, ສູ້ຊົນສ້າງການພົວພັນລະຫວ່າງອົງການນິຕິບັນຍັດລະຫວ່າງ 2 ປະເທດກາຍເປັນປັດໃຈສຳຄັນໃນການພົວພັນແບບພິເສດ ຫວຽດນາມ - ກູບາ. ການນຳ 2 ທ່ານ ໄດ້ເຫັນດີວ່າ: 2 ປະເທດຕ້ອງສືບຕໍ່ຍູ້ແຮງການແລກປ່ຽນບົດຮຽນ ເຊິ່ງຖອດຖອນມາໄດ້ໃນພາລະກິດພັດທະນາຂອງ 2 ປະເທດໃນໄລຍະຜ່ານມາ ເພື່ອແນໃສ່ປະກອບສ່ວນຢ່າງແທດຈິງ ເຂົ້າໃນການຍົກສູງຄຸນນະພາບ, ມີປະສິດທິຜົນໃນວຽກງານວາງນະໂຍບາຍ ແລະ ນິຕິບັນຍັດຂອງແຕ່ລະປະເທດ.