ຫວຽດນາມກວດພົບກໍລະນີຕິດໂລກລະບາດໂຄວິດ- 19 ຜູ້ທີ 329

(VOVWORLD) -ໄລ່ຮອດເວລາ 6 ໂມງຂອງວັນທີ 06 ມິຖຸນາ, ຫວຽດນາມ ມີ 1 ກໍລະນີຕິດໂລກລະບາດໂຄວິດ-19 ໃໝ່ຕື່ມອີກ

ຫວຽດນາມກວດພົບກໍລະນີຕິດໂລກລະບາດໂຄວິດ- 19 ຜູ້ທີ 329 - ảnh 1ພົນລະເມືອງຫວຽດນາມ ກັບມາຫວຽດນາມ 

(ພາບ: BNG)

ຕາມຂໍ້ມູນຂ່າວຈາກຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ- 19 ແລ້ວ, ໄລ່ຮອດເວລາ 6 ໂມງຂອງວັນທີ 06 ມິຖຸນາ, ຫວຽດນາມ ມີ 1 ກໍລະນີຕິດໂລກລະບາດໂຄວິດ-19 ໃໝ່ຕື່ມອີກ, ນັ້ນແມ່ນນັກສຶກສາທີ່ກັບມາຈາກອັງກິດ, ພາຍຫຼັງເຂົ້າເມືອງໄດ້ຮັບການແຍກຕົວໂດຍທັນທີ, ບໍ່ສາມາດແຜ່ລະບາດອອກສູ່ຊຸມຊົນໄດ້.

        ສະນັ້ນ, ໄລ່ຮອດຈຸດເວລານີ້, ຫວຽດນາມ ມີ 329 ກໍລະນີຕິດໂລກລະບາດໂຄວິດ- 19, ໃນນັ້ນມີ 307 ກໍລະນີໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແລ້ວ.

        ກ່ຽວຂ້ອງເຖິງເລື່ອງນຳພົນລະເມືອງຫວຽດນາມ ກັບມາຈາກຕ່າງປະເທດ. ໃນລະຫວ່າງວັນທີ 05 – 06 ມິຖຸນາ, ບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ, ບັນດາອົງການຕາງໜ້າຫວຽດນາມ ປະຈຳ ຊູແອັດ, ແຟງລັງ ແລະ ບັນດາປະເທດເອີລົບອື່ນ ໄດ້ພ້ອມກັບບໍລິສັດການບິນແຫ່ງຊາດຫວຽດນາມ ສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງປະເທດປະຈຳຖິ່ນນຳພົນລະເມືອງຫວຽດນາມ ກວ່າ 300 ຄົນຈາກສະໜາມບິນ Stockholm ແລະ Helsinki ກັບມາຫວຽດນາມ ຢ່າງປອດໄພ. ບັນດາຜູ້ໂດຍສານໃນຖ້ຽວບິນດັ່ງກ່າວສ່ວນຫຼາຍແມ່ນນັກຮຽນ, ນັກສຶກສາ, ເດັກນ້ອຍທີ່ມີອາຍຸຕ່ຳກວ່າ 18 ປີ, ຜູ້ມີອາຍຸສູງ… ທີ່ພວມຖືກຕົກຄ້າງຢູ່ບັນດາປະເທດຄື: ຊູແອັດ, ແຟງລັງ, ນອກແວ, ແດນມາກ, ໂປໂລຍ…

        ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນສາກົນ ໂນ້ຍບ່າຍ, ບັນດາຜູ້ໂດຍສານທັງໝົດເຫຼົ່ານັ້ນລ້ວນແຕ່ໄດ້ກວດສຸຂະພາບ ແລະ ນຳໄປແຍກຕົວຢູ່ຮາກຖານຢ່າງຖືກຕ້ອງຕາມຂໍ້ກຳນົດ.

ຕອບກັບ

ຂ່າວ/ບົດ​ອື່ນ