ຫວຽດນາມກ່າວປະນາມເຫດລະເບີດຢູ່ພາກໃຕ້ຟີລິບປິນ

ຫວຽດນາມກ່າວປະນາມເຫດລະເບີດຢູ່ພາກໃຕ້ຟີລິບປິນ - ảnh 1
ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລຫາຍບີ່ງ
(vovworld) – ວັນ​ທີ 4/9/2016, ​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ປະຕິກິ​ລິ​ຍາ​ຂອງ ຫວຽດນາມ ຕໍ່​ເຫດ​ລະ​ເບີດ​ຢູ່​ພາກ​ໃຕ້ ຟີ​ລິບ​ປິນ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ຫາຍ​ບີ່​ງ ​ໄດ້​ຊີ້​ແຈ້ງວ່າ: “ຫວຽດນາມ ກ່າວ​ປະນາມ​ຢ່າງຮຸນ​ແຮງ​ບັນດາ​ຕົວ​ການ​ໄດ້​ກໍ່​ໃຫ້​ເກີດ​ເຫດ​ລະ​ເບີດ​ຢູ່​ພາກ​ໃຕ້ ຟີ​ລິບ​ປິນ ​ເຮັດ​ໃຫ້​ສາມັນ​ຊົນ​ຫຼາຍ​ຄົນ​ເສຍ​ຊີວິດ ​ແລະ ຮັບ​ບາດ​ເຈັບ ​ແລະ ​​ເຊື່ອມ​ໝັ້ນ​ວ່າ​ບັນດາ​ຕົວ​ການຈະ​ຖືກ​ຕັດສິນ​ລົງ​ໂທດ​ຢ່າງ​​ແຮງ.

         ຫວຽດນາມ ຂໍ​ສົ່ງ​ຄຳ​​ແບ່ງ​ເບົາ​ຄວາມເສົ້າສະຫຼົດ​ໃຈ​ໄປ​ຍັງ​ຄອບຄົວ​ຜູ້​ປະສົບ​ເຄາະ​ຮ້າຍ ​ແລະ ຫວັງ​ວ່າ​ລັດຖະບານ, ປະຊາຊົນ ຟີ​ລິບ​ປິນ ​ແລະ ຄອບຄົວ​ບັນດາ​ຜູ້ປະສົບ​ເຄາະ​ຮ້າຍ​ຈະ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ນີ້​ເພື່ອ​ນຳຊີວິດ​ກັບ​ຄືນ​ສູ່​ປົກກະຕິ​ໂດຍ​ໄວ”.


ຂ່າວ/ບົດ​ອື່ນ