ຫວຽດ​ນາມ​ຈັດ​ສົ່ງ​ຄະ​ນະ​ປະ​ຕິ​ບັດງານ​ໄປ​ກູ້​ໄພ​ກູ້​ຊີບ ຢູ່​ຕວັກ​ກີ

(VOVWORLD) - ເລີ່ມມາຈາກການພົວພັນຮ່ວມມືອັນດີງາມລະຫວ່າງ ຫວຽດນາມ ແລະ ຕວັກກີ, ແບ່ງປັນບັນດາຄວາມຫຍຸ້ງຍາກ ເຊິ່ງຕວັກກີພວມປະສົບ, ກະຊວງຕຳຫຼວດ ຫວຽດນາມ ໄດ້ສົ່ງຄະນະປະຕິບັດງານໄປຕວັກກີຢ່າງເປັນທາງການລວມມີພົນຕຳຫຼວດ 24 ຄົນ ດ້ວຍເປົ້າໝາຍໜູນຊ່ວຍການກູ້ໄພກູ້ຊີບ
ຫວຽດ​ນາມ​ຈັດ​ສົ່ງ​ຄະ​ນະ​ປະ​ຕິ​ບັດງານ​ໄປ​ກູ້​ໄພ​ກູ້​ຊີບ ຢູ່​ຕວັກ​ກີ - ảnh 1ທ່ານພົນເອກ ໂຕເລິມ  ຖ່າຍຮູບກັບຄະນະປະຕິບັດງານໄປກູ້ໄພກູ້ຊີບ ຢູ່ຕວັກກີ (ພາບ: VOV)

ຕອນບ່າຍວັນທີ 9 ກຸມພາ, ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດໄດ້ຈັດພິທີອອກເຄື່ອນທັບໃຫ້ແກ່ຄະນະປະຕິບັດງານກະຊວງຕຳຫຼວດໄປກູ້ໄພກູ້ຊີບ ຢູ່ຕວັກກີ. ກ່າວຄຳເຫັນທີ່ພິທີ, ທ່ານພົນເອກ ໂຕເລິມ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ຍົກໃຫ້ເຫັນຢ່າງຈະແຈ້ງວ່າ ໂດຍເລີ່ມມາຈາກການພົວພັນຮ່ວມມືອັນດີງາມລະຫວ່າງ ຫວຽດນາມ ແລະ ຕວັກກີ, ແບ່ງປັນບັນດາຄວາມຫຍຸ້ງຍາກ ເຊິ່ງຕວັກກີພວມປະສົບ, ກະຊວງຕຳຫຼວດ ຫວຽດນາມ ໄດ້ສົ່ງຄະນະປະຕິບັດງານໄປຕວັກກີຢ່າງເປັນທາງການລວມມີພົນຕຳຫຼວດ 24 ຄົນ ດ້ວຍເປົ້າໝາຍໜູນຊ່ວຍການກູ້ໄພກູ້ຊີບ, ຊອກຫາຜູ້ປະສົບເຄາະຮ້າຍ ແລະ ສະໜອງການໜູນຊ່ວຍມະນຸດສະທຳ, ຊ່ວຍເຫຼືອປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງ ແລະ ກັບຄືນສູ່ການດຳລົງຊີວິດເປັນປົກກະຕິພາຍຫຼັງເຫດແຜ່ນດິນໄຫວໂດຍໄວ. ທ່ານລັດຖະມົນຕີ ໂຕເລິມ ໃຫ້ຮູ້ວ່າ:

ໃນໄລຍະປະຕິບັດໜ້າທີ່ໃນພື້ນທີ່ຕົວຈິງ, ດ້ວຍບົດບາດຕາງໜ້າໃຫ້ແກ່ປະເທດຊາດ ແລະ ກຳລັງຕຳຫຼວດຫວຽດນາມ, ບັນດາສະມາຊິກຂອງຄະນະປະຕິບັດງານ ຕ້ອງມານະພະຍາຍາມ, ຕັ້ງໜ້າສົມທົບກັບກຳລັງຕ່າງໆ, ບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກ, ສິ່ງອັນຕະລາຍ ແລະ ຍົກສູງຈິດໃຈສາມັກຄີ, ຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເສີມຂະຫຍາຍຄຸນທາດ, ຄຸນສົມບັດຂອງນັກຮົບຕຳຫຼວດປະຕິວັດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ