ຫວຽດນາມ-ຈີນສືບຕໍ່ຊຸກຍູ້ການພົວພັນຮ່ວມມືຮອບດ້ານໃນທຸກຂົງເຂດ

ຫວຽດນາມ-ຈີນສືບຕໍ່ຊຸກຍູ້ການພົວພັນຮ່ວມມືຮອບດ້ານໃນທຸກຂົງເຂດ - ảnh 1
(ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫງວຽນ​ຊວຍ​ຟຸກ
​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ ປະ​ຈ​ຳ​ຫວຽດ​ນາມ)

(vovworld) - ຫວຽດ​ນາ​ມ-ຈີນສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັ​ນ​ຮ່ວມ​ມື​ຮອບ​ດ້ານ​ໃນ​ທຸກ​ຂົງ​ເຂດ. ນີ້​ແມ່ນ​ຄຳ​ຢືນ​ຢັນ​ຂ​ອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫງວຽນ​ຊວຍ​ຟຸກ ໃນ​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ ປະ​ຈ​ຳ​ຫວຽດ​ນາມ ໂຄງ​ແຊ໋ວ​ຢູງ ໃນ​ວັນ​ທີ 17/08. ໂດຍລະ​ອຽດ​ແມ່ນ, ​ຕາມທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແລ້ວ, 2 ປະ​ເທດ​ຄວນ​ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ຄ້າ, ການ​ລົງ​ທຶນ ແລະ ບັນ​ດາ​ຂົງ​ເຂດ​ທີ່ມ​ີ​ທ່າ​ແຮງ​ຂອງ​ແຕ່​ລະ​ປະ​ເທດ; ພ້ອມ​ທັງ​ສືບ​ຕໍ່​ຍູ້​ແຮງການ​ຮ່ວມ​ມື​ລະ​ຫວ່າງ​ໄວ​ໜຸ່ມ, ຊາວ​ໜຸ່​ມ 2 ປະ​ເທດ ເພື່ອ​ເພີ່​ມ​ທະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ ກັນລະ​ຫວ່າງ​ປະ​ຊາ​ຊົນ​ 2 ປະ​ເທດ. ທ່ານ​ນາຍ​ົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ໃຫ້​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສົ່ງ​ເສີມ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອ​ງ​ຖິ່ນ​ຕ່າງ​ຂອ​ງ​ຈີນ ກັບ​ຫວຽດ​ນາມ ເພື່ອ​ຜັນ​ຂະ​ຫຍາຍບັນ​ດາ​ເນື້ອ​ໃນ​ເຊິ່ງ 2 ຝ່າຍ​ໄດ້​ຕົກ​ລົງ​ກັນ​ແລ້ວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ… ຕໍ່​ໜ​້າ​ບັນ​ດາ​ການ​ຜັນ​ແປ​​ຢ່າງ​ສັບ​ສົນບົນ​ທະ​ເລ​ຫວ່າງມໍ່ໆ​ມານີ້, ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີຖ​ື​ວ່າ, 2 ຝ່າຍ​ຕ້ອງ​ປະ​ຕິ​ບັດ​ຄວາມ​ຮັບ​ຮູ້​ລວມ​ຂອງການ​ນຳ​ຂັ້ນ​ສູງ 2 ພັກ, 2 ລັດ​, “ຂໍ້​ຕົກ​ລົງ​ກ່ຽວ​ກັບ​ບັນ​ດາ​ຫຼັການພື້ນ​ຖານ​ຊີ້​ນຳ​ການ​ແກ​​້​ໄຂ​ບັນ​ດາ​ບັນ​ຫາ​ບົນ​ທະ​ເລ​ຫວຽດ​ນາມ - ຈີນ” ຢ່າງ​ເຂັ້ມ​ງວດ; ຢືດ​ໝັ້ນແກ້​ໄຂ​ການ​ຂັ​ດ​ແຍ້ງ​ກັນ​ໂດຍສັນ​ຕິ​ວິ​ທີ, ເໝາະ​ສົມ​ກັບ​ກັົດ​ໝາຍ​ສາ​ກົນ, ໃນ​ນັ້ນ​ມິ​ສົນ​ທິ​ສັນ​ຍາ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບກົດ​ໝາຍ​ວ່​າ​ດ້ວຍ​ທະ​ເລປີ 1982; ຄວບ​ຄຸມ​ຄວາມບໍ່​ລົງ​ລອຍ​ກັນ, ບໍ່​ປະ​ໃຫ້ມີ​ການ​ກະ​ທຳ​ ໃດໆທີ່ເຮັດ​ໃຫ້​ສະ​ພາບ​ການ​ສັບ​ສົນ​ຂຶ້ນ​ຕື່ມ; ເປີດກວ້າງ​ການ​ຂັດ​ແຍ້ງ​ກັນ​ຢ​ູ່​ທະ​ເລ​ຕາ​ເວັນ​ອອກ; ພ້ອມ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ ປະ​ຕິ​ບັດ ຖະ​ແຫຼງ​ການ​ວ່າ​ດ້ວຍການປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ ແລະ ມີ​ປະ​ສິດ​ທິ​ຜົນ, ສ້າງກົດແຫ່ງ​ການ​ປະ​ພຶດ​ຂອງ​​ບັນ​ດາຝ່າຍຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ໂດຍ​ໄວ; ຮັກ​ສາ​​ສັນ​ຕິ​ພ​າບ, ສະ​ຖຽນ​ລະ​ພາບຢູ່​ທະ​ເລ​ຕາ​ເວັນ​ອອກ.

        ສ່ວນ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທ​ູດ ໂຄງ​ແຊ໋ວ​ຢູງ ຊີ້​ແຈ​້ງວ່າ, ພັກ ແລະ ລັດ​ຈີນ ຍາມ​ໃດ​ກໍ່​ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ຍູ້​ແຮງ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ຈີນ ໃນ​ທຸກ​ຂົງ​ເຂດກວ່າ​ອີກ, ໂດ​ຍ​ສະ​ເພາະ​ແມ່ນ​ໃນ​ສະ​ພາບ​ການ​ພົວ​ພັນ​ສາ​ກົນ ແລະ ພາ​ກ​ພື້ນ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ. ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທ​ູດ ໂຄງ​ແຊ໋ວ​ຢູງ ປາດ​ຖະ​ໜາ​ວ່າ 2 ຝ່າຍ​ຈະ​ຄວບ​ຄຸມ​ຄວາມບໍ່​ລົງ​ລອຍ​ກັນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ຢູ່​ທະ​ເລ​ໃຫ້​ເປັນ​ຢ່າງ​ດີ; ຄວບ​ຄຸມ​ຂໍ້​ມ​ູນ​ຂ່າວ​ສານໃຫ້​ເປັນ​ຢ່າງ​ດີ; ບໍ່​ປະ​ໃຫ້​ບັນ​ດາ​ບັນ​ຫາ​ດັ່ງ​ກ່າວ​ສົ່ງ​ຜົນ​ສະ​ຖ້ອນ​ເຖິງ​ການ​ພົວ​ພັນ​ລວມ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ 2 ພັກ, 2 ລັດ ແລະ ປະ​ຊາ​ຊົນ 2 ປະ​ເທດ.

ຂ່າວ/ບົດ​ອື່ນ