ທ່ານ ນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ແລະ ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ |
(vovworld)- ໃນຕອນບ່າຍ ວັນທີ 25/10, ທີ່ສຳນັກງານສູນກາງພັກ, ທ່ານ ຫງວຽນຟູ໋ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ, ເນື່ອງໃນໂອກາດ ມາເຂົ້າຮ່ວມກອງປະຊຸມສຸດຍອດ ACMECS-7, CLMV-8 ແລະ WEF ແມ່ນ້ຳຂອງ ຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານ ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢືນຢັນວ່າ: ຫວຽດນາມຈະສະໜັບສະໜູນ ພາລະກິດປ່ຽນແປງໃໝ່, ປົກປັກຮັກສາ ແລະ ສ້າງສາປະເທດລາວ ຢ່າງແຮງ ແລະ ຮອບດ້ານ. ທ່ານ ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ສະເໜີ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ສືບຕໍ່ສົມທົບກັບຫວຽດນາມ ຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ ເປັນເຈົ້າການຕັ້ງໜ້າສົມທົບກັນ ຜັນຂະຫຍາຍບັນດາສັນຍາ, ຂໍ້ຕົກລົງ ທີ່ໄດ້ເຊັນກັນກ່ຽວກັບເສດຖະກິດ, ການສຶກສາ, ວັດທະນະທຳ, ວິທະຍາສາດ-ເຕັກນິກໃຫ້ມີປະສິດທິຜົນ, ເປັນຕົ້ນແມ່ນສັນຍາຮ່ວມມື ລະຫວ່າງ ສອງລັດຖະບານ ໃນໄລຍະ 2016-2020 ແລະ ແຜນການຮ່ວມມື ປີ 2016, ໃນນັ້ນ ລົງເລິກການແລກປ່ຽນຂໍ້ມູນຂ່າວສານບົດຮຽນ ກ່ຽວກັບວຽກງານກໍ່ສ້າງພັກ, ຄຸ້ມຄອງເສດຖະກິດ-ສັງຄົມ, ເພີ່ມທະວີການຮ່ວມມື ກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ. ພ້ອມທັງເສີມຂະຫຍາຍ ບັນດາກົນໄກການຮ່ວມມືທີ່ມີຢູ່ແລ້ວໃນປັດຈຸບັນ ລະຫວ່າງ ສອງປະເທດໃຫ້ຫຼາຍທີ່ສຸດ; ສຸມໃສ່ແກ້ໄຂບັນດາຄວາມຫຍຸ້ງຍາກ ຂໍ້ຄົງຄ້າງ, ສ້າງການຜັນປ່ຽນຢ່າງຕັ້ງໜ້າ, ແທ້ຈິງ ກ່ຽວກັບຄຸນນະພາບ, ປະສິດທິຜົນການຮ່ວມມືໃນແຕ່ລະຂົງເຂດ. ທ່ານ ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຢືນຢັນວ່າ: ຈະພ້ອມກັນປົກປັກຮັກສາ, ເພີ່ມພູນຄູນສ້າງ, ເສີມຂະຫຍາຍ ແລະ ສືບທອດໃຫ້ບັນດາຄົນລຸ່ນຫຼັງ ກ່ຽວກັບສາຍພົວພັນຄວາມສາມັກຄີແບບພິເສດ ຫວຽດນາມ-ລາວ.