(vovworld) - ງານຕະຫຼາດນັດສາກົນອາຫານການກິນ ແລະ ເຄື່ອງດື່ມ (SIAL ປາຣີ 2012) ຖືກໄຂຂຶ້ນໃນຕອນບ່າຍວັນທີ 21/10 ຢູ່ສູນວາງສະແດງ ປາຣີ Nord Villepinte, ປາຣີ, ປະເທດຝລັ່ງ ດ້ວຍການເຂົ້າຮ່ວມຂອງ 5.800 ວິສາຫະກິດທີ່ມາຈາກ 200 ປະເທດ ແລະ ເຂດແຄ້ວນໃນໂລກ. 16 ວິສາຫະກິດຫວຽດນາມ ໄດ້ເຂົ້າຮ່ວມ SIAL ປາຣີ ຄັ້ງນີ້. ດ້ວຍການໂຄສະນາບັນດາຜະລິດຕະພັນສະເພາະໃນຂະແໜງປຸງແຕ່ງຜະລິດຕະພັນກະເສດ ສະບຽງອາຫານ, ຍາມໃດ SIAL ປາຣີ ກໍໄດ້ຮັບຖືວ່າແມ່ນເຫດການໃຫຍ່ ແລະ ສຳຄັນຕໍ່ຂະແໜງຜະລິດດຳເນີນທຸລະກິດ, ອາຫານ ແລະ ເຄື່ອງດື່ມໃນທົ່ວໂລກ, ເຊິ່ງຖືກຈັດຂຶ້ນ 2 ປີເທື່ອໜຶ່ງຢູ່ປາຣີ. ບັນດາວິສາຫະກິດຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດຄັ້ງນີ້ແມ່ນຂຶ້ນກັບພາກສ່ວນເສດຖະກິດທີ່ແຕກຕ່າງກັນ, ແຕ່ພັດແມ່ນບັນດາຫົວໜ່ວຍທີ່ມີອິດທິພົນຊື່ສຽງ, ມີຄວາມສາມາດໃນການຜະລິດ, ສົ່ງອອກ, ສົ່ງເສີມການຄ້າທີ່ຂຶ້ນກັບໃນຂົງເຂດຜະລິດຕະພັນກະເສດ, ສິນໃນນ້ຳ ແລະ ເຄື່ອນດື່ມໃນທົ່ວປະເທດ. ງານຕະຫຼາດນັດຈະອັດລົງໃນວັນທີ 25/10.