ຫວຽດນາມຊອກຮູ້ກາລະໂອກາດຮ່ວມມືກັບທ້ອງຖິ່ນຂອງສ.ເຊັກໂກ

ຫວຽດນາມຊອກຮູ້ກາລະໂອກາດຮ່ວມມືກັບທ້ອງຖິ່ນຂອງສ.ເຊັກໂກ - ảnh 1


(vovworld) – ​ ​ວັນ​ທີ 22/6, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ສ.ເຊັກ​ໂກ ​ເຈືອງ​ແມ້ງ​ເຊີນ ​ໄດ້​ມີ​ການ​ຢ້ຽມຢາມ ​ແລະ ເຮັດ​ວຽກຢູ່​ແຂວງ Liberec ຂອງ​ສ.​ເຊັກ​ໂກ. ກ່າວ​ຄຳ​ເຫັນ​ກັບ​ການ​ນຳ​ແຂວງ Liberec, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ​ເຈືອງ​ແມ້ງ​ເຊີນ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ປາດ​ຖະໜາ​ຢາກ​ສ້າງຕັ້ງ ແລະ ຊຸກຍູ້​ການ​ພົວພັນຮ່ວມ​ມືກັບ​ແຂວງ Liberec ຂອງ​ ສ.​ເຊັກ​ໂກ ​ໂດຍ​ອີງ​ໃສ່​​ຄວາມສາມາດ​ບົ່ມ​ຊ້ອນ​ການພັດທະນາ​ລະຫວ່າງ 2 ຝ່າຍ.  ທ່ານ ເຈືອງ​ແມ້ງ​ເຊີນ ກໍ​ໃຫ້​ຮູ້​ວ່າ: ບັນດາ​ທ້ອງ​ຖິ່ນ​ຂອງ ຫວຽດນາມ ມີ​ຂະ​ແໜງ​ອຸດສາຫະກຳ ​ແລະ ການ​ບໍລິການ​ທ່ອງ​ທ່ຽວ​ພັດທະນາ​ຄ້າຍຄື​ກັນກັບ​ແຂວງ Liberec. ທ່ານ ເຈືອງ​ແມ້ງ​ເຊີນ ຫວັງ​​ວ່າ: ດ້ວຍ​ບົດຮຽນ​ຂອງ​ຕົນ, ​ເຊັກ​ໂກ ຈະ​ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ຜະລິດ​ແກ້ວ ​ແລະ ​ແກ້ວ​ເຈຍລະ​ໄນ​ໃຫ້ການ​ບໍລິ​ໂພ​ກພາຍ​ໃນ​ປະ​ເທດ ​ແລະ ສົ່ງ​ອອກ.  ສ່ວນ​ທ່ານ ​ເຈົ້າ​​ແຂວງ​ແຂວງ Liberec Martin Puta ສະ​ເໜີ​ຝ່າຍ ຫວຽດນາມ ຄວນ​ສ້າງ​ບັນຊີ​ລາຍ​ຊື່​ບັນດາ​ຂົງ​ເຂດ ​ເຊິ່ງບັນດາ​ທ້ອງ​ຖິ່ນ​ປາດ​ຖະໜາ​ຢາກ​ຮ່ວມ​ມື​ກັບ ​ເຊັກ​ໂກ, ອຳນາດ​ການ​ປົກຄອງ​ແຂວງ Liberec ຈະ​ເຮັດ​ວຽກ​ກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ ​ເພື່ອ​ມີ​ບັນດາໂຄງການຮ່ວມ​ມືຢ່າງ​ລະອຽດ, ​ໃນ​ນັ້ນ​ມີ​ຂະ​ແໜງ​ທ່ອງ​ທ່ຽວ. ​ເຈົ້າ​ແຂວງ​ Martin Puta ກໍ​ຕີ​ລາຄາ​ສູງ​ການ​ປະກອບ​ສ່ວນຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ​ທີ່​ອາ​ໄສ​ຢູ່​ແຂວງ Liberec ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ທ້ອງ​ຖິ່ນ. ທ່ານ Martin Puta ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ​ເຂົາ​ເຈົ້າ​ຈະ​ແມ່ນ​ຂົວ​ເຊື່ອມ​ຕໍ່​ໃຫ້ການ​ພັດທະນາ​ເສດຖະກິດ, ການ​ຄ້າ ລະຫວ່າງ 2 ຝ່າຍ ຫວຽດນາມ-​ສ.​ເຊັກ​ໂກ.

ຂ່າວ/ບົດ​ອື່ນ