ບັນດາຜູ້ແທນທີ່ເຂົ້າຮ່ວມທີ່ພິທີສະເຫຼີມສະຫຼອງ 55 ປີແຫ່ງ ວັນຊາດກູບາ (ພາບ: baomoi.com)
|
(vovworld)- ຫວຽດນາມຍາມໃດກໍຮຽງບ່າຮຽງໄຫຼ່ພ້ອມກັບກູບາກ້າວເດີນບົນເສັ້ນທາງພັດທະນາ. ນີ້ແມ່ນຄຳຢືນຢັນຂອງທ່ານ ເລຮ່ວາງກວນ, ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ທີ່ພິທີສະເຫຼີມສະຫຼອງ 55 ປີແຫ່ງ ວັນຊາດກູບາ (1/1/1959 – 1/1/2014) ຊຶ່ງຖືກຈັດຂຶ້ນໃນຕອນຄ່ຳວັນທີ 9/1 ຢູ່ ນະຄອນໂຮ່ຈິມິນ. ທ່ານ ເລຮ່ວາງກວນ, ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ຢືນຢັນວ່າ : ໂດຍແມ່ນທ້ອງຖິ່ນທີ່ມີບົດບາດໃຈກາງໃນຫຼາຍດ້ານຂອງປະເທດຊາດ, ນະຄອນໂຮ່ຈິມິນ ໄດ້ຖືໜ້າທີ່ຄວາມສາມັກຄີ, ໂປ່ງໃສໃນສາຍພົວພັນອ້າຍນ້ອງຫວຽດນາມ-ກູບາແມ່ນຂອງຕົນເອງ. ຕາມທ່ານ ເລຮ່ວາງກວນແລ້ວ, ດ້ວຍບັນດາການປ່ຽນແປງໃນນະໂຍບາຍເສດຖະກິດຂອງກູບານັ້ນ, ວິສາຫະກິດຂອງ 2 ຝ່າຍສາມາດເພີ່ີມທະວີການຮ່ວມມືໃນຫຼາຍຂົງເຂດຄື ກະສີກຳເຕັກນິກສູງ, ອຸດສາຫະກຳຜະລິດເຄຶ່ອງໃຊ້ໄມ້ສອຍ, ອຸດສາຫະກຳກົນຈັກຮັບໃຊ້ກະສີກຳ, ກໍ່ສ້າງພື້ນຖານໂຄງລ່າງ ແລະ ຜະລິດປະກອບລົດໂອໂຕ, ແລກປ່ຽນສິນຄ້າ, ການບໍລິການຂາຍຍ່ອຍ.........
ສ່ວນທ່ານເອກອັກຄະລັດຖະທູດ ກູບາປະຈຳຫວຽດນາມ Herminio Lopez Diaz ເນັ້ນໜັ້ກວ່າ ໃນບັນດາການຕໍ່ສູ້ທຸກຄັ້ງຂອງຕົນ, ການປະຕິວັດກູບາຍາມໃດກໍໄດ້ຮັບນ້ຳໃຈສາມັກຄີຈາກປະຊາຊົນຫວຽດນາມ. ໃນທຸກວັນນີ້, ບົດຮຽນຂອງຫວຽດນາມໄດ້ຮັບຖືວ່າ ແມ່ນບົດຮຽນເພື່ອທາບທາມທີ່ສຳຄັນທີ່ສຸດ.