|
(Vovworld-) ຫວຽດນາມປະຕິບັດທຸກໆຄຳໝັ້ນສັນຍາຢ່າງເຂັ້ມງວດເມື່ອເຂົ້າເປັນສະມາຊິກອົງການການຄ້າໂລກ WTO ແລະ ພວມມານະພະຍາຍາມປົວແປງສະພາບແວດລ້ອມດຳເນີນທຸລະກິດຢ່າງບໍ່ຢຸດຢັ້ງ. ນີ້ແມ່ນຄຳຢືນຢັນຂອງທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າເຈີນກວກແຄ໋ງ ຫົວໜ້າຄະນະຜູ້ແທນຫວຽດນາມທີ່ເຂົ້າຮ່ວມກອງປະຊຸມກວດການະໂຍບາຍການຄ້າ TPR ຄັ້ງທຳອິດຢູ່ຫວຽດນາມໃນ WTO ຊຶ່ງດຳເນີນແຕ່ວັນທີ 17 ຫາວັນທີ 19/9 ຢູ່ເຊີແນວປະເທດສະວິດ. ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າເຈີນກວກແຄ໋ງ ເນັ້ນໜັກວ່າ ໂດຍບໍ່ຫົວຊາຕໍ່ບັນດາຄວາມຫຍຸ້ງຍາກຍ້ອນວິກິດການການເງິນເສດຖະກິດທົ່ວໂລກກໍຕາມ, ບັນດາຄຳໝັ້ນສັນຍາຂອງຫວຽດນາມທີ່ມີຕໍ່ລະບົບການຄ້າຫຼາຍຝ່າຍຍັງຄົງແຂງແຮງ ແລະ ຍິ່ງກວ່າເວລາໃດໝົດ ຫວຽດນາມຫວັງວ່າ ກອງປະຊຸມລັດຖະມົນຕີ WTO ຄັ້ງທີ່ 9 ຢູ່ບາລີ ປະເທດອິນໂດເນເຊຍ ໃນເດືອນ 12 ທີ່ຈະເຖິງ ຈະປະສົບຜົນສຳເລັດ. ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າເຈີນກວກແຄ໋ງ ເນັ້ນວ່າ ລັດຖະບານຫວຽດນາມກຳນົດເລື່ອງ ເຂົ້າເປັນສະມາຊິກອົງການການຄ້າໂລກ WTO ນັ້ນ, ບໍ່ແມ່ນການສິ້ນສຸດວິວັດການ, ຫາກຍັງແມ່ນພື້ນຖານໃໝ່ແນໃສ່ສືບຕໍ່ປະຕິຮູບຢູ່ພາຍໃນປະເທດ. ຫຼາຍປະເທດອາຊີ ແລະ ເອີລົບ ໄດ້ຮັບຮູ້ພື້ນຖານເສດຖະກິດຕະຫຼາດເຕັມສ່ວນຂອງຫວຽດນາມ ສອດຄ່ອງກັບບັນດາຂໍ້ກຳນົດຂອງອົງການການຄ້າໂລກ WTO .