ຫວຽດນາມມີ23ຮາກຖານດຳເນີນທຸລະກິດປາຈາມີເງື່ອນໄຂຄົບຖ້ວນເພື່ອສົ່ງອອກໄປຍັງຕະຫຼາດອາເມລິກາ

ຫວຽດນາມມີ23ຮາກຖານດຳເນີນທຸລະກິດປາຈາມີເງື່ອນໄຂຄົບຖ້ວນເພື່ອສົ່ງອອກໄປຍັງຕະຫຼາດອາເມລິກາ - ảnh 1
ພາບປະກອບ

(vovworld) –  ກະຊວງ​ກະສິກຳ ອາ​ເມ​ລິ​ກາ (USDA) ຫາ​ກໍ​ປະກາດ​ບັນຊີ​ລາຍ​ຊື່​ບັນດາ​ໂຮງງານ, ບໍລິສັດ​ຢູ່ 4 ປະ​ເທດ​ທີ່ມີ​ເງື່ອນ​ໄຂ​ຢ່າງ​ພຽງພໍ​ເພື່ອ​ສົ່ງ​ອອກ​​​ເຂົ້າ​ຕະຫຼາ​ດນີ້ ຕາມ​ໂຄງການ​ຕິດຕາມ​ກວດກາ​ສຳລັບ​ປາ​ບາງ​ປະ​ເພດ (​ໃນ​ນັ້ນ​ມີ​ປາຈາ ​ແລະ ປາ​ບາ​ຊາ). ຕາມ​ນັ້ນ​ແລ້ວ, ຫວຽດນາມ ຢືນ​ອັນ​ດັບ​ໜຶ່ງ​ດ້ວຍ​ໂຮງງານ, ບໍລິ​ສັດ 23 ​ແຫ່ງ, ທີ່ມີ​ເງື່ອນ​ໄຂ​ຢ່າງ​ຄົບ​ຖ້ວນ, ຈາກ​ນັ້ນ​ແມ່ນ ຈີນ, ມຽນມາ ​ແລະ ​ໄທ. ​ໂຄງການ​ຕິ​ດຕາມ​ກວດກາ​ຂອງ USDA ສຳລັບ​ປາ​ບາງ​ປະ​ເພດ​ເລີ່​ມ​ມີ​ຜົນ​ສັກສິດ​ນັບ​ແຕ່​ວັນ​ທີ 1/3 ​ແລະ ມີ​ໄລຍະ​ຂ້າມ​ຜ່ານ​ແມ່ນ 18 ​ເດືອນ. ​ໃນ​ໄລຍະ​​ເວລາ​ນີ້, ອົງການ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານ (FSIS), ຂຶ້ນ​ກັບ USDA​ ຈະ​ດຳ​ເນີນ​ການ​ຕິດຕາມ​ກວດກາ​​ເທ່ືອ​ໜຶ່ງ/​ໄຕ​ມາດ. ບັນດາ​ປະ​ເທດ​ສົ່ງ​ອອກ​ປາປະ​ເພດ​ນີ້​ເຂົ້າຕະຫຼາດ ອ​າ​ເມ​ລິ​ກາ ຕ້ອງ​ສົ່ງ​ສຳ​ເນົາ​ເອກະສານ​ໃຫ້ FSIS ​ເພື່ອ​ດຳ​ເນີນ​ການ​ຕີ​ລາຄາ​ຄວາມ​ຈິງ, ນັບ​ທັງ​ດຳ​ເນີນ​ການ​ກວດກາ​ບ່ອນ​ລ້ຽງ ​ແລະ ຜະລິດ​ອີກ.


ຂ່າວ/ບົດ​ອື່ນ