ຫວຽດນາມມຸ່ງໄປເຖິງຄວາມວັດທະນາຖາວອນ,ມີຫົວຄິດປະດິດສ້າງ,ຍຸຕິທຳແລະປະຊາທິປະໄຕໃນປີ2035

ຫວຽດນາມມຸ່ງໄປເຖິງຄວາມວັດທະນາຖາວອນ,ມີຫົວຄິດປະດິດສ້າງ,ຍຸຕິທຳແລະປະຊາທິປະໄຕໃນປີ2035 - ảnh 1
ພາບປະກອບ

(vovworld) – ຮອດ​ປີ 2035 ຫວຽດນາມ ຈະ​ແມ່ນ​ປະ​ເທດ​ມີ​ລາຍ​ຮັບ​ລື່ນ​ກາຍ​ລະດັບ​ປານ​ກາງ, ກ້າວ​ໄປ​ເຖິງ​ກາຍ​ເປັນ​ສັງຄົມ​ວັດທະນາ​ຖາວອນ, ມີ​ຫົວຄິດ​ປະ​ດິດສ້າງ, ຍຸຕິ​ທຳ ​ແລະ ປະຊາທິປະ​ໄຕ. ນີ້​ແມ່ນ​ຈຸດໝາຍ​ທີ່​ໄດ້​ຍົກ​ອອກ​ມາ​ໃນ​ກອງ​ປະຊຸມ​ສຳ​ມະ​ນາ “ຄວາມ​ມຸ່ງ​ຫວັງ​ຂອງ ຫວຽດນາມ ປີ 2035 - ພັດທະນາ​ເສດຖະກິດ​ພາກ​ເອກະ​ຊົນ​ຂະຫຍັນ​ຂັນ​ເຄື່ອນ ​ແລະ ຮຽກຮ້ອງ​ຫັນ​ລະບອບ​ເປັນ​ທັນ​ສະ​ໄໝ” ​ໂດຍ​ຫ້ອງການ​ກາ​ນຄ້າ ​ແລະ ອຸດສາຫະກຳ ຫວຽດນາມ ສົມທົບ​ກັບ​ທະນາຄານ​ໂລກ​ປະຈຳ ຫວຽດນາມ ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 16/6 ຢູ່​ນະຄອນ ​ໂຮ່ຈີ​ມິນ. ຜູ້ຕາງໜ້າ​ທະນາຄານ​ໂລກ ​ແລະ ບັນດາ​ນັກ​ຊ່ຽວຊານ​ເສດຖະກິດ​ພາຍ​ໃນ​ປະ​ເທດ​ຖື​ວ່າ: ​ເພື່ອ​ບັນລຸ​ໄດ້​ຄວາມ​ມຸ່ງ​ຫວັງ ຫວຽດນາມ 2035, ຕ້ອງ​ອີງ​ໃສ່ 3 ​ເສົ້າ​ຄຳ້, ນັ້ນ​ແມ່ນ: ວັດທະນາ​ຖາວອນ​ກ່ຽວ​ກັບ​ເສດຖະກິດ​ໄປ​ຄຽງ​ຄູ່​ກັບ​ຄວາມ​ຍື່ນ​ຍົງ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ, ຊຸກຍູ້​ຄວາມ​ຍຸຕິ​ທຳ ​ແລະ ​ເຊື່ອມ​ຕົວເຂົ້າ​ກັບ​ສັງຄົມ, ​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາດ ​ແລະ ຄວາມ​ຮັບຜິດ​ຊອບ​ອະພິປາຍ​ຂອງລັດ. ຄຽງ​ຄູ່​ກັນ​ນັ້ນ, ຕາມ​ບົດ​ລາຍ​ງານ​ຂອງ​ທະນາ​ຄານ​ໂລກ, ບັນດາ​ກາລະ​ໂອກ​າດພົ້ນ​ເດັ່ນ​ເພື່ອ​ບັນລຸ​ໄດ້​ຈຸດໝາຍ​ໃນ​ປີ 2035 ​ແມ່ນ​ການ​ຊຸກຍູ້​ບັນດາ​ສັນຍາ​ການ​ຄ້າ 2ຝ່າຍ, ພາກ​ພື້ນ, ບັນດາ​ຂໍ້​ລິ​ເລີ່​ມກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີ ​ແລະ ດຳ​ເນີນ​ທຸລະ​ກິດ​ທົ່ວ​ໂລກ, ຄົນ​ຊັ້ນ​ກາງ​ພາຍ​ໃນ​ປະ​ເທດ​ພວມ​​ເພີ່ມ​ຂຶ້ນ​ສູງ.


ຂ່າວ/ບົດ​ອື່ນ