ຫ​ວຽດ​ນາມ​ມີ​​ປາດ​ຖະ​ໜາ​ຢາກ​ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ກັບ ອິນ​ໂດ​ເນ​ເຊຍ ໃຫ້ຫຼາຍ​ກ່​ວາ​ອີກ

(VOVWORLD) -ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ຢັ້ງຢືນເຖິງທັດສະນະສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ຢາກພັດທະນາ ການພົວພັນຄູ່ຮ່ວມມືຍຸດທະສາດ ກັບ ອິນໂດເນເຊຍ ກ່ວາອີກ.
ຫ​ວຽດ​ນາມ​ມີ​​ປາດ​ຖະ​ໜາ​ຢາກ​ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ກັບ ອິນ​ໂດ​ເນ​ເຊຍ ໃຫ້ຫຼາຍ​ກ່​ວາ​ອີກ - ảnh 1 ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ພົບປະກັບທ່ານປະທານາທິບໍດີ Joko Widodo

ເນື່ອງໃນໂອກາດຢ້ຽມຢາມອິນໂດເນເຊຍຢ່າງເປັນທາງການ ແລະ ຮ່ວມເປັນປະທານກອງປະຊຸມຄັ້ງທີ 4 ຄະນະກຳມະການຮ່ວມມືສອງຝ່າຍ ຫວຽດນາມ - ອິນໂດເນເຊຍ (JCBC - 4), ຕອນເຊົ້າວັນທີ 20 ກໍລະກົດ, ຢູ່ນະຄອນຫຼວງ ຈາກາຕາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານປະທານາທິບໍດີ Joko Widodo.

ທີ່ການພົບປະ,  ທ່ານປະທານາທິບໍດີ Joko Widodo ໄດ້ສະແດງຄວາມຊົມເຊີຍຕໍ່ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ໄປຢ້ຽມຢາມ ອິນໂດເນເຊຍຢ່າງເປັນທາງການ ແລະ ພ້ອມກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ Retno Marsudi ເປັນປະທານຮ່ວມ JCBC - 4 ໃນສະພາບການທີ່ສອງປະເທດຫາກໍ່ເປີດປະຕູຄືນໃໝ່, ຍິ່ງສະແດງໃຫ້ເຫັນຄວາມຕັດສິນໃຈຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ ໃຫ້ພັດທະນາຢ່າງແຮງກ່ວາອີກ. ທ່ານປະທານາທິບໍດີ Joko Widodo ສະເໜີໃຫ້ສອງຝ່າຍພິຈາລະນາມຸ່ງໄປເຖິງການສ້າງໂຄງການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ ໄລຍະ 2024 – 2028, ນຳເປົ້າໝາຍຍົກວົງເງິນການຄ້າສອງຝ່າຍໃຫ້ຂຶ້ນເຖິງ 15 ຕື້ USDໃນປີ 2028, ສືບຕໍ່ຍູ້ແຮງການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການເຊື່ອມຕໍ່ ແລະ ພົວພັນແລກປ່ຽນປະຊາຊົນ.

ສ່ວນທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ຢັ້ງຢືນເຖິງທັດສະນະສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ຢາກພັດທະນາ ການພົວພັນຄູ່ຮ່ວມມືຍຸດທະສາດ ກັບ ອິນໂດເນເຊຍ ກ່ວາອີກ. ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ສະແດງຄວາມປາດຖະໜາຢາກໃຫ້ທ່ານປະທານາທິບໍດີ ອິນໂດເນເຊຍ ສະໜັບສະໜູນສອງຝ່າຍຊຸກຍູ້ທາເຕີບໂຕການຄ້າຕາມທິດສົມດູນກ່ວາ, ລົງນາມບົດບັດທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານການຄ້າສອງຝ່າຍໃນຂົງເຂດເຂົ້າສານໃນ4ປີຈະມາເຖິງ ໂດຍໄວ…

ຕອບກັບ

ຂ່າວ/ບົດ​ອື່ນ