ຫວຽດນາມມານະພະຍາຍາມປະຕິບັດໜ້າທີ່ການຮ່ວມມືຫຼາຍຝ່າຍໃຫ້ເປັນຢ່າງດີ

(VOVWORLD) -ຢູ່ນອກວາລະປຶກສາຫາລືຂັ້ນສູງຂອງກອງປະຊຸມຄັ້ງທີ 74 ສະມັດຊາໃຫຍ່ສະຫະປະຊາຊາດ ຢູ່ນະຄອນນິວຢອກ ປະເທດອາເມລິກາ, ວັນທີ 27 ກັນຍາ, ຄະນະຜູ້ແທນຫວຽດນາມໂດຍທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ເປັນຫົວໜ້າຄະນະ ໄດ້ເຂົ້າຮ່ວມກອງປະຊຸມກຸ່ມບັນດາປະເທດພວມພັດທະນາ (G77)
ຫວຽດນາມມານະພະຍາຍາມປະຕິບັດໜ້າທີ່ການຮ່ວມມືຫຼາຍຝ່າຍໃຫ້ເປັນຢ່າງດີ - ảnh 1ທ່ານ ຮອງນາຍົກລັດຖະມົນຕີຫວຽດນາມ ຟ້າມບິ່ງມິງເຂົ້າຮ່ວມກອງປະຊຸມ 

ທີ່ການພົບປະກັບສອງຝ່າຍ, ບັນດາລັດຖະມົນຕີການຕ່າງປະເທດຂອງປະເທດຕ່າງໆເຊັ່ນ ຕຸຍນີຊີ, ຮຸງກາຣີ, ຈີເລ, ບຸູລັນດີ, ເຢຍລະມັນ. ບັນດາການນຳປະເທດຕ່າງ ແລະບັນດາຄູ່ຮ່ວມມື ຖືເລື່ອງຫວຽດນາມ ໄດ້ຮັບການເລືອກຕັ້ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021, ກໍ່ຄືເປັນປະທານອາຊຽນໃນປີ 2020 ແມ່ນການພິສູດໃຫ້ເຫັນຄວາມໄວ້ວາງໃຈ ຂອງປະຊາຄົມສາກົນທີ່ມີຕໍ່ຫວຽດນາມ.  ທ່ານ ຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຢັ້ງຢືນເຖິງ ຄວາມຕັດສິນໃຈຂອງ ຫວຽດນາມ ໃນການປະຕິບັດໜ້າທີ່ຮ່ວມມືຫຼາຍຝ່າຍ ຢູ່ສະພາຄວາມໝັ້ນຄົງ ສປຊ ໃຫ້ເປັນຢ່າງດີ, ສະເໜີບັນດາປະເທດ ຈົ່ງຕັ້ງໜ້າສົມທົບກັບຫວຽດນາມຢູ່ບັນດາເວທີປາໄສຫຼາຍຝ່າຍ ໂດຍສະເພາະແມ່ນ ສປຊ ແລະ ອາຊຽນ ໃນໄລຍະຈະມາເຖິງ.

ເນື່ອງໃນໂອກາດນີ້, ທ່ານ ຟ້າມບິ່ງມິງ ກໍ່ໄດ້ເຂົ້າຮ່ວມການໂອ້ລົມສົນທະນາກັບບັນດາວິສາຫະກິດ ອາເມລິກາ ໂດຍສະພາດຳເນີນທຸລະກິດເພື່ອຄວາມເຂົ້າໃຈສາກົນ (BCIU) ແລະ ກຸ່ມບໍລິສັດພະລັງງານ AES ຈັດຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ