ຫວຽດນາມ-ມາເລເຊຍ ສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງ ການພົວພັນ ທາງການທູດ

ຫວຽດນາມ-ມາເລເຊຍ ສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງ ການພົວພັນ ທາງການທູດ - ảnh 1
ທ່ານເອກອັກຄະລັດຖະທູດຫວຽດນາມ ຫງວຽນຮົ່ງທາວ ກ່າວຄຳເຫັນທີ່ພິທີ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​2ລະຫວ່າງ 2 ປະເທດ (ພາບ : internet) 

Vovworld- ຕອນ​ຄ່ຳ​ວັນ​ທີ 29/3 ຢູ່​ກົວ​ລາ​ລຳ​ເປີ ປະ​ເທດ​ມາ​ເລ​ເຊຍ, ກະຊວງ​ການ​ຕ່າງປະ​ເທດ​ຂອງ​ປະ​ເທດ​ນີ້​ໄດ້​ສົມທົບ​ກັບ​ສະຖານທູດ​ຫວຽດນາມ​ປະຈຳ​ມາ​ເລ​ເຊຍ ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ-ມາ​ເລ​ເຊຍ( 30/3/1973-30/3/2013)​ . ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ມາ​ເລ​ເຊຍ A.Kohilan Pillay ​ເນັ້ນ​ໜັກວ່າ ການ​ພົວພັນ​ຮ່ວມ​ມື 2 ຝ່າຍ​ລະຫວ່າງ ຫວຽດນາມ-ມາ​ເລ​ເຊຍ ນັບມື້​ນັບ​ໄດ້​ຮັບ​ການ​ເພີ່ມ​ທະວີ ​ແລ​ະ ພັດທະນາ. ປະຈຸ​ບັນ , 2 ປະ​ເທດ​ລ້ວນ​ແຕ່​ເປັນ​ສະມາຊິກ​ຂອງ​ອາ​ຊຽນ ​ແລະ ​ເປັນ​ຄູ່​ຮ່ວມ​ມື​​ເສດຖະກິດລາຍ​ໃຫຍ່​ຂອງ​ກັນ. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ມາ​ເລ​ເຊຍ A.Kohilan Pillay ​ເນັ້ນ​ໜັກ ​ເຖິງ​ຄວາມ​ຈຳ​ເປັນ​ສືບ​ຕໍ່​ແລກປ່ຽນ​ບັນດາ​ການ​ຢ້ຽມຢາມ​ລະຫວ່າງ​ການ​ນຳ, ​ເຈົ້າ​ໜ້າ​ທີ່​ລັດຖະບານ ກໍ​ຄື​ພົນລະ​ເມືອງຂອງ 2 ປະ​ເທດ ​ແນ​ໃສ່​ເພີ່ມ​ທະວີ​ສາຍ​ພົວພັນ​ຮ່ວມ​ມື, ການ​ສົມທົບ​ກັນ ​ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ຊຶ່ງ​ກັນ ​ແລະ ກັນ ​ແລະ ​ເໜືອ​ກ່ວາ​ສິ່ງ​ໃດ​ໝົດ ​ແມ່ນ​ການ​ພົວພັນ​ມິດຕະ​ພາບຢ່າງຮອບດ້ານ.

     ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ້​ນຢ້ງ ​ແລະ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຝ້າ​ມບິງ​ມິນ ​ໄດ້​ສົ່ງ​ໂທລະ​ເລກ​ອວຍພອນ​ເຖິງ​ກະສັດ, ນາຍົກລັດຖະມົນຕີ​ ແລະ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ມາ​ເລ​ເຊຍ ພ້ອມ​ທັງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ຈະ​ສືບ​ຕໍ່​ພັດທະນາ​ຢ່າງ​ໝັນ​ຄົງ​ກ່ວາ​ອີກ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​​ໃນ​ພາກ​ພື້ນ ​ແລ​ະ ​ໃນ​ໂລກ. 

ຂ່າວ/ບົດ​ອື່ນ