ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອໂຄວິດ-19 ໃໝ່ເກືອບ 22.000 ຄົນ

(VOVWORLD) -ວັນທີ 8 ກຸມພາ, ຫວຽດນາມໄດ້ປະກາດ ມີຜູ້ຕິດເຊື້ອເກືອບ 4.400 ຄົນໄດ້ຮັບການປິ່ນປົວຫາຍດີ, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີຂຶ້ນເປັນ 2.126.777 ຄົນ
     ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອໂຄວິດ-19 ໃໝ່ເກືອບ 22.000 ຄົນ - ảnh 1ພາບປະກອບ

     ນັບແຕ່ເວລາ 16 ໂມງຂອງວັນທີ 7 ກຸມພາຫາເວລາ 16 ໂມງຂອງວັນທີ 8 ກຸມພາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ-19 ເປັນຈຳນວນ 21.909 ຄົນ, ໃນນັ້ນມີ 8 ຄົນມາຈາກຕ່າງປະເທດ. ມາຮອດປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເປັນຈຳນວນທັງໝົດ 2.380.695 ຄົນ. ປະຈຸບັນ, ຫວຽດນາມ ມີ 192 ກໍລະນີຕິດເຊື້ອພະຍາດໂຄວິດ-19 ສາຍພັນ Omicron.

     ໃນວັນທີ 8 ກຸມພາ, ຫວຽດນາມໄດ້ປະກາດ ມີຜູ້ຕິດເຊື້ອເກືອບ 4.400 ຄົນໄດ້ຮັບການປິ່ນປົວຫາຍດີ, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີຂຶ້ນເປັນ 2.126.777 ຄົນ. ໃນວັນດຽວກັນ ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອຖືກເສຍຊີວິດຕື່ມອີກ 97 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ