ຫວຽດນາມຢາກໄດ້ຮັບບັນດາໂຄງການເຕັກໂນໂລຢີຂອງວິສາຫະກິດຈີນ

ຫວຽດນາມຢາກໄດ້ຮັບບັນດາໂຄງການເຕັກໂນໂລຢີຂອງວິສາຫະກິດຈີນ - ảnh 1
(ທ່ານນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ
ກ່າວ​ຄວາມ​ເຫັນ​ທີ່​ການ​ເຈລະຈາ)

(vovworld) - ​ໂດຍ​ສືບ​ຕໍ່​ການ​ເຄື່ອນ​ໄຫວ​ຕ່າງໆ​ໃນ​ການ​ຢ້ຽມຢາມ​ຈີນ​ເຂົ້າ​ຮ່ວມ​ພິທີ​ໄຂ​ງານ​ຕະຫຼາດ​ນັດ​ຈີນ - ອາ​ຊຽນ (CAEXPO) ​ແລະ ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ ​ແລະ ການ​ລົງທຶນ ຈີນ - ອາ​ຊຽນ (CABIS) ຄັ້ງ​ທີ 13 ຢູ່ ກວາງ​ສີ, ຕອນ​ບ່າຍ​ວັນ​ທີ 11/9, ທ່ານນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ​ໄດ້​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​​ເຈລະຈາ​ໂຕະມົນ​ກັບ​ຜູ້ອຳນວຍການ​ໃຫຍ່​ຝ່າຍ​ບໍລິຫານ (CEO) ຂອງ​ວິ​ສາ​ຫະກິດ​ແຖວ​ໜ້າ​ ຈີນ. ກ່າວ​ຄວາມ​ເຫັນ​ທີ່​ການ​ເຈລະຈາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ຢືນຢັນ​ວ່າ, ຫວຽດນາມ​ຖື​​ໄຊຊະນະ​, ຜົນສຳ​ເລັດ​ຂອງ​ບັນດາ​ນັກ​ລົງທຶນ ​ແມ່ນ​ຜົນສຳ​ເລັດ​ຂອງ​ລັດຖະບານ, ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ.

        “ພວກ​ຂ້າພະ​ເຈົ້າ​ສູ້​ຊົນ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ຢ່າງ​ເປີດ​ເຜີຍ, ​ໂປ່​ງ​ໃສ​ໃຫ້​ວິ​ສາ​ຫະກິດ​ທັງ​ໝົດ, ນັບ​ທັງ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ, ດ້ວຍ​ທິດ​ນຳ​ຖືຜົນສຳ​ເລັດ​ຂອງ​ນັກ​ລົງທຶນ​ແມ່ນ​ຜົນສຳ​ເລັດ​ຂອງ ຫວຽດນາມ. ພວກ​ຂ້າພະ​ເຈົ້າ​ກຳນົດ​ທິດ​ທາງ​ຢ່າງ​ຈະ​ແຈ້ງ​ແມ່ນ​ກໍ່ສ້າງ​ລັດຖະບານ​ບໍລິສຸດ, ຄຸ້ມ​ຄອງ​ລັດ​ເປັນ​ຢ່າງ​ດີ, ພັດທະນາ, ມີ​ການ​ກະທຳ​ຢ່າງ​ເດັດ​ດຽວ, ຮັບ​ໃຊ້​ປະຊາຊົນ ​ແລະ ວິ​ສາ​ຫະກິດ. ສຸມ​ໃສ່​ປັບປຸງ​ລະບອບ, ຍູ້​ແຮງ​ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ​ເພື່ອ​ຍົກ​ສູງ​ກຳລັງ​ແກ່ງ​ແຍ້​ງ“.

ດ້ວຍ​ເລື່ອງ ຫວຽດນາມ​ໄດ້​ເຂົ້າ​ຮ່ວມ​ສັນຍາ​ການ​ຄ້າ​ເສລີ 12 ສະບັບ ​ແລະ ພວມ​ດຳ​ເນີນ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ອື່ນ​ອີກ 4 ສະບັບ, ທ່ານ​ນາຍົກລັດຖະມົນຕີຖືວ່າ, ​ເມື່ອ​ລົງທຶນ​ເຂົ້າ ຫວຽດນາມ, ບັນດາ​ວິ​ສາ​ຫະກິດ ຈີນ​ຈະ​ມີ​ກາລະ​ໂອກາດ​ສຳຜັດ​ກັບ​ຕະຫຼາດ​ກວ້າງ​ໃຫຍ່​ ​ເຊິ່ງ ຫວຽດນາມ​ໄດ້​ເຊັນ​ສັນຍາ​ການ​ຄ້າ​ຕ່າງໆ​ແລ້ວ. ທ່ານ​ນາຍົກລັດຖະມົນຕີຊີ້​ແຈ້ງ​ທັດສະນະ​ຂອງ ຫວຽດນາມ ​ແມ່ນ​ບໍ່​ຮັບ​ເອົາ​ເຕັກ​ໂນ​ໂລ​ຢີ​ຫຼ້າ​ຫຼັງ​ເພື່ອ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ທ່ານ​ຫວັງ​ວ່າ​ຈະ​ໄດ້​ຮັບ​ເອົາ​ເຕັກ​ໂນ​ໂລ​ຢີຂອງ​ບັນດາ​ນັກ​ລົງທຶນ​ ຈີນ. ​

​ໃນ​ວັນ​ດຽວ​ກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ​ໄປ​ຢ້ຽມຢາມ​ໂຮງຮຽນ​ກິນນອນ​ສູນ​ກາງ​ຢູ່​ແຂວງ​ກວາງ​ສີ. ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ​ໄປ​ຢ້ຽມຢາມ​ເຂດ​ກະສິກຳ​ເຕັກ​ໂນ​ໂລ​ຢີສູງ ປາ​ໄກວ​ແຖວນ​​ແຢ໋ວນ, ​ເຊິ່ງ​ແມ່ນ​ຮູບ​ແບບ​ກະສິກຳ​ທີ່​ມີ​ປະສິດທິ​ຜົນ​ສູງ​ຢູ່​ແຂວງ ກວາງ​ສີ.

ຂ່າວ/ບົດ​ອື່ນ