ຫວຽດນາມສັກຢາວັກຊີນກັນໂຄວິດ-19 ໄດ້192 ລ້ານໂດສ

(VOVWORLD) -ໃນວັນທີ 22 ເດືອນກຸມພາ, ມີຄົນເຈັບ 10,412 ຄົນໄດ້ຖືກປະກາດປິ່ນປົວຫາຍດີ. ປະຈຸບັນ, ຍອດຈຳນວນກໍລະນີປິ່ນປົວຫາຍດີມີ 2.305.081 ກໍລະນີ. ໃນ 24 ຊົ່ວໂມງທີ່ຜ່ານມາ, ມີຜູ້ເສຍຊີວິດຍ້ອນພະຍາດໂຄວິດ-19 ຕື່ມອີກ 77 ຄົນ.
ຫວຽດນາມສັກຢາວັກຊີນກັນໂຄວິດ-19 ໄດ້192 ລ້ານໂດສ - ảnh 1ພາບປະກອບ

     ນັບແຕ່ເວລາ 16 ໂມງຂອງວັນທີ 21 ກຸມພາຫາ ເວລາ 16 ໂມງວັນທີ 22 ກຸມພານີ້, ຫວຽດນາມໄດ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19ໃໝ່ 55.879 ຄົນ, ໃນນັ້ນມີ 8 ຄົນມາຈາກຕ່າງປະເທດ, ໃນນັ້ນມີ 55.871 ຄົນຢູ່ 62 ແຂວງ, ນະຄອນ. ຈຳນວນຜູ້ຕິດເຊື້ອໂຄວິດ-19 ຫຼາຍສຸດໃນຮອບ 24 ຊົ່ວໂມງທີ່ຜ່ານມາແມ່ນຢູ່ຮ່າໂນ້ຍ ດ້ວຍ 6.860 ຄົນ. ມາຮອດປະຈຸບັນ, ຢູ່ຫວຽດນາມ, ມີ 205 ກໍລະນີຕິດເຊື້ອໂຄວິດ-19 ສາຍພັນ Omicron ຢູ່ 18 ແຂວງ, ນະຄອນ. ມາຮອດປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ຈຳນວນ 2,890,252 ຄົນ.

          ໃນວັນທີ 22 ເດືອນກຸມພາ, ມີຄົນເຈັບ 10,412 ຄົນໄດ້ຖືກປະກາດປິ່ນປົວຫາຍດີ. ປະຈຸບັນ, ຍອດຈຳນວນກໍລະນີປິ່ນປົວຫາຍດີມີ 2.305.081 ກໍລະນີ. ໃນ 24 ຊົ່ວໂມງທີ່ຜ່ານມາ, ມີຜູ້ເສຍຊີວິດຍ້ອນພະຍາດໂຄວິດ-19 ຕື່ມອີກ 77 ຄົນ.

          ກ່ຽວກັບການສັກຢາກັນພະຍາດ, ມາຮອດຕອນບ່າຍວັນທີ 22 ກຸມພາ, ຫວຽດນາມ ໄດ້ສັກວັກຊີນປ້ອງກັນພະຍາດໂຄວິດ-19 ໄດ້ 192 ລ້ານໂດສ. ມາຮອດປະຈຸບັນ, 59/63 ແຂວງ ແລະ ນະຄອນມີອັດຕາການສັກວັກຊີນຕ້ານພະຍາດໂຄວິດ-19 ຄົບ 2 ເຂັມແມ່ນກວ່າ 90%. ຈຳນວນວັກຊີນ COVID-19 ທີ່ໄດ້ສັກໃຫ້ເດັກນ້ອຍອາຍຸ 12-17 ປີ ແມ່ນ 16,932,997 ໂດສ.

ຕອບກັບ

ຂ່າວ/ບົດ​ອື່ນ