ຫວຽດນາມສຸ້ຊົນຮອດປີ2020ບັນລຸຄາດໝາຍ90%ຈຳນວນປະຊາຊົນເຂົ້າຮ່ວມບັດປະກັນສຸຂະພາບ

ຫວຽດນາມສຸ້ຊົນຮອດປີ2020ບັນລຸຄາດໝາຍ90%ຈຳນວນປະຊາຊົນເຂົ້າຮ່ວມບັດປະກັນສຸຂະພາບ - ảnh 1
ພາບປະກອບ

(vovworld) –  ​ ​ປະກັນ​ສຸຂະພາບ​ໄດ້​ຮັບ​ການ​ກຳນົດ​ວ່າ​ແມ່ນ​ໜຶ່ງ​ໃນ​ບັນດາ​ເສົ້າ​ຄຳ້​ຕົ້ນຕໍ​ເພື່ອ​ຮັບປະກັນ​ຊີວິດ​ສັງຄົມ. ທ່ານ​ນາຍົກລັດຖະມົນຕີ ຮຽກ​ຮ້ອງ​ໃຫ້​ກະຊວງ​ສາທາະລະນະ​ສຸກ, ອົງການ​ປະກັນ​ສຸຂະພາບສັງຄົມ ຫວຽດນາມ ​ແລະ ຄະນະ​ກຳມະການ​ປະຊາຊົນ​ບັນດາ​ແຂວງ, ນະຄອນ​ຕ້ອງ​ຍູ້​ໄວ​ຄວາມ​ຄືບ​ໜ້າ​ໃນ​ການ​ປະ​ຕິ​ບັດ​ຈຸດໝາຍ​ທ່ົວ​ປວງຊົນ​ເຂົ້າ​ຮ່ວມ​ການ​ຊື້​ບັດ​ປະກັນ​ສຸຂະພາບ, ສຸ້ຊົນ​ໃນ​ປີ 2016 ບັນລຸ​ຄາດໝາຍ 79% ​ຈຳນວນ​ປະຊາຊົນເຂົ້າ​ຮ່ວມ​ການ​ຊື້ບັດ​ປະກັນ​ສຸຂະພາບ ​ແລະ ຮອດ​ປີ 2020 ​ຂຶ້ນ​ເຖິງ 90%. ປະ​ຈຸບັນ, ບາງ​ແຂວງ​ມີ​ປະຊາຊົນ​ເຂົ້າ​ຮ່ວມ​ການ​ຊື້​ບັດ​ປະກັນ​ສຸຂະພາບ​ຂຶ້ນ​ເຖິງ​ເກີນ 90%, ມີ​ບາງ​ແຂວງ​ບັນລຸ​ກ່ວາ 95%. ບາງ​ແຂວງ​ທາງ​ພາກ​​ເໜືອ ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ລັດ​ຊື້​ບັດ​ປະກັນ​ສຸຂະພາບ​ໃຫ້​ກຸ່ມ​ບັນດາ​ເປົ້າ​ໝາຍ​ແມ່ນ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ຄົນ​ທຸກ​ຍາກ, ອັດຕາ​ຜູ້ເຂົ້າ​ຮ່ວມ​ສຸູງ. ​ໄລຍະ​ຈະ​ມາ​ເຖິງ, ອົງການ​ປະກັນ​​ສັງຄົມຫວຽດນາມ ຈະ​ເປັນ​ເສນາ​ທິການ ​ແລະ ສະ​ເໜີ​ຕໍ່​ລັດຖະບານ​ມີ​ບັນດາ​ມາດ​ຕະການ​ເພື່ອ​ເພີ່ມ​ທະວີ​ລະດັບ​ປະຊາຊົນ​ເຂົ້າ​ຮ່ວມ​ການ​ຊື້​ບັດ​ປະກັນ​ສຸຂະພາບ​ຄື: ​ມອບ​ຄວາມ​ຮັບຜິດຊອບ, ສິດ​ໃຫ້​ປະກັນ​ສຸຂະພາບ ຫວຽດນາມ ​ໃນ​ວິວັດທົ່ວ​ປວງ​ຊົນ​ມີ​ບັດ​ປະກັນ​ສຸຂະພາບ.


ຂ່າວ/ບົດ​ອື່ນ