ຫວຽດນາມສືບຕໍ່ສະຫງວນແຫລ່ງກຳລັງເພື່ອຍູ້ແຮງການເຄື່ອນໄຫວປ້ອງກັນ,ຕ້ານHIV/AIDS

ຫວຽດນາມສືບຕໍ່ສະຫງວນແຫລ່ງກຳລັງເພື່ອຍູ້ແຮງການເຄື່ອນໄຫວປ້ອງກັນ,ຕ້ານHIV/AIDS - ảnh 1
​ທ່ານ Michel Sidibe ຮອງ​ເລ​ຂາ​ທິ​ການໃຫຍ່ ສ​ປ​ຊ
photo:internet

(vovworld)-​​ ຕອນ​ເຊົ້າ​ວັນ​ທີ 25/10, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊີງ​ຮຸ່ງ ໄດ້​ຕ້ອນ​ຮັບ​ທ່ານ Michel Sidibe, ຮອງ​ເລ​ຂາ​ທິ​ການໃຫຍ່ ສ​ປ​ຊ ພວມ​ຢ້ຽມ​ຢາມ​ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ຂອບ​ອົກ​ຂອບ​ໃຈ UNAIDS ທີ່​ໄດ້​ຮ່ວມມື ແລະ ຫນູນ​ຊ່ວຍຫວຽດ​ນາມ ໃນ​ກິດ​ຈະ​ການ​ປ້ອງ​ກັນ,ຕ້ານ HIV/AIDS ​ໃນ​ໄລ​ຍະ​ຜ່ານ​ມາ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.  ພ້ອມ​ທັງ​ໃຫ້​ຮູ້​ວ່າ :ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໄດ້​ສ້າງ​ກົດ​ໝາຍ​ປ້ອງ​ກັນ, ຕ້ານ HIV/AIDS, ສ້າງ​ພື້ນ​ຖານ​ດ້ານ​ກົດ​ໝາຍ​ສຳ​ຄັນ​ໃຫ້​ແກ່​ການ​ຜັນ​ຂະ​ຫຍາຍ​ ​ບັນ​ດາ​ການ​ແຊກ​ແຊງ​ປ້ອງ​ກັນ, ຕ້ານ HIV/AIDS ຢ່າງ​ແຮງ. ທ່ານ Michel Sidibe, ຮອງ​ເລ​ຂາ​ທິ​ການໃຫຍ່ ສ​ປ​ຊ ຖື​ວ່າ: ຫວຽດ​ນາມ ພວມ​ບັນ​ລຸ​ຫລາຍ​ໝາກ​ຜົນ​ໃນ​ການ ປ້ອງ​ກັນ ຕ້ານ HIV/AIDS ແລະ ຕີ​ລາ​ຄາ​ສູງ ເລື່ອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ສ້າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ ແລະ ຕ້ານ HIV/AIDS.

ຂ່າວ/ບົດ​ອື່ນ