ຫວຽດນາມ-ອິນເດຍ ດຳເນີນການໂອ້ລົມ ສົນທະນາຍຸດທະສາດ ປ້ອງກັນຊາດຄັ້ງທີ 8
Cao Thoa -  
(ພາບ: m.dnrtv.org.vn)
(vovworld)- ການໂອ້ລົມສົນທະນາດຳເນີນໄປໃນຕອນເຊົ້າວັນທີ 8/11, ຢູ່ນະຄອນໂຮ່ຈິມິນ. ການນຳກະຊວງປ້ອງກັນປະເທດສອງປະເທດໄດ້ແລກປ່ຽນສະພາບຄວາມສະຫງົບປອດໄພພາກພື້ນກໍ່ຄວາມສົນໃຈລວມໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ອິນເດຍ ສະແດງການສະໜັບສະໜູນເລື່ອງປະຕິບັດກົດໝາຍສາກົນຄື: ສົນທິສັນຍາກ່ຽວກັບກົດໝາຍທະເລປີ 1982, ຖະແຫຼງການຮ່ວມກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ ພ້ອມທັງເນັ້ນໜັກຄວາມເຄົາລົບບົດບາດໃຈກາງຂອງອາຊຽນ ໃນບັນດາບັນຫາພາກພື້ນ ແລະ ໜູນຊ່ວຍບັນດາປະເທດອາຊຽນ ທີ່ມີຕໍ່ອິນເດຍ. ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຫງວຽນຈິວິ້ງ ໃຫ້ຮູ້ວ່າ: ຫວຽດນາມ ຕີລາຄາສູງ ແລະ ພ້ອມແລ້ວທີ່ຈະແກ້ໄຂບັນຫາເຂດດິນແດນດ້ວຍທາງການທູດ, ໂອ້ລົມສົນທະນາສັນຕິພາບ. ກ່ຽວກັບການພົວພັນສອງຝ່າຍ, ສອງຝ່າຍເຫັນດີເພີ່ມທະວີການຮ່ວມມືໃນບັນດາຂົງເຂດຄື: ເພີ່ມທະວີການພົບປະຂັ້ນສູງໃນກອງທັບ, ການຮ່ວມມືດ້ານກອງທັບເຮືອ, ກອງທັບອາກາດ ແລະ ຊຸກຍູ້ການຮ່ວມມືໃນດ້ານອຸດສາຫະກຳປ້ອງກັນຊາດ./.
Cao Thoa