ຫວຽດນາມຮັບດຳລົງຕຳແໜ່ງປະທານສະພານັກທຸລະກິດໜຸ່ມອາຊຽນ

(VOVWORLD) -ປະທານສະພານັກທຸລະກິດໜຸ່ມອາຊຽນ 2019 ໄດ້ມອບຕຳແໜ່ງປະທານສະພານັກທຸລະກິດໜຸ່ມອາຊຽນ

ຫວຽດນາມຮັບດຳລົງຕຳແໜ່ງປະທານສະພານັກທຸລະກິດໜຸ່ມອາຊຽນ - ảnh 1

ຫວຽດນາມຮັບດຳລົງຕຳແໜ່ງປະທານສະພານັກທຸລະກິດໜຸ່ມອາຊຽນ 

(ພາບ: nhandan.com.vn)

ວັນທີ 03 ກັນຍາ, ທີ່ກອງປະຊຸມກຸ່ມບັນດາການນຳນັກທຸລະກິດໜຸ່ມອາຊຽນ ທີ່ດຳເນີນຢູ່ປະເທດໄທ ນັ້ນ, ປະທານສະພານັກທຸລະກິດໜຸ່ມອາຊຽນ 2019 ໄດ້ມອບຕຳແໜ່ງປະທານສະພານັກທຸລະກິດໜຸ່ມອາຊຽນ ໃຫ້ແກ່ທ່ານ ດັ້ງຮົ່ງແອັງ, ປະທານສະພານັກທຸລະກິດໜຸ່ມຫວຽດນາມ.

        ກ່າວຄຳເຫັນທີ່ພິທີມອບຮັບຕຳແໜ່ງ, ທ່ານ ດັ້ງຮົ່ງແອັງ ຢືນຢັນວ່າ, ດ້ວຍບົດບາດເປັນປະທານສະພານັກທຸລະກິດໜຸ່ມອາຊຽນ 2020, ສະພານັກທຸລະກິດໜຸ່ມຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າ ຈະປະຕິບັດແຜນການຂອງສະພານັກທຸລະກິດໜຸ່ມອາຊຽນ ປີ 2020 ໃຫ້ສຳເລັດເປັນຢ່າງດີ; ສ້າງຄວາມຜູກພັນ, ຮ່ວມມື ພ້ອມກັນພັດທະນາລະຫວ່າງນັກທຸລະກິດໜຸ່ມບັນດາປະເທດອາຊຽນ ເພື່ອໃຫ້ອາຊຽນ ນັບມື້ນັບພັດທະນາ ແລະ ມີຄວາມວັດທະນາຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ