ຫວຽດນາມຮັບດຳລົງຕຳແໜ່ງເປັນປະທານຜັດປ່ຽນຄະນະກຳມະການອາຊຽນປະຈຳປາຣີ ສຳເລັດຜົນ

(VOVWORLD) -ໃນໄລຍະແຕ່ເດືອນເມສາ ຮອດທ້າຍເດືອນ ກໍລະກົດ, ຫວຽດນາມ ຮັບດຳລົງຕຳແໜ່ງ ເປັນປະທານຜັດປ່ຽນຄະນະກຳມະການອາຊຽນປະຈຳຝລັ່ງ (ACP) ສຳເລັດຜົນ.

ຫວຽດນາມຮັບດຳລົງຕຳແໜ່ງເປັນປະທານຜັດປ່ຽນຄະນະກຳມະການອາຊຽນປະຈຳປາຣີ ສຳເລັດຜົນ - ảnh 1

 ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຝລັ່ງ ຫງວຽນຫງອກເຊີນ

(ພາບ: Vietnam+)

ຕາມທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຝລັ່ງ ຫງວຽນຫງອກເຊີນ, ຜູ້ຫາກໍສິ້ນສຸດອາຍຸການປະທານກຸ່ມເອກອັກຄະລັດຖະທູດບັນດາປະເທດອາຊຽນ ປະຈຳຝລັ່ງ ແລ້ວ, ໃນອາຍຸການ, ສະຖານທູດຫວຽດນາມ ປະຈຳຝລັ່ງ ໄດ້ສະແດງໃຫ້ເຫັນບົດບາດຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບໃນການຊຸກຍູ້ການພົວພັນຂອງອາຊຽນ ກັບປະເທດປະຈຳຖິ່ນ. ດ້ວຍຖານະເປັນປະທານ, ສະຖານທູດຫວຽດນາມ ກໍ່ສະແດງໃຫ້ເຫັນບົດບາດນຳພາ, ຮັບປະກັນຫຼັກການທາບທາມ ແລະ ຄວາມເຫັນດີເຫັນພ້ອມ, ສ້າງຫຼັກການລວມ ກໍຄືດຳເນີນບັນດາການເຄື່ອນໄຫວລວມຂອງ ACP… ຈາກນັ້ນ, ຊຸກຍູ້ຄວາມສາມັກຄີພາຍໃນກຸ່ມອາຊຽນ ແລະ  ACP.

        ທ່ານເອກອັກຄະລັດຖະທູດ ຫງວຽນຫງອກເຊີນ ໃຫ້ຮູ້ວ່າ, ສຳລັບຫວຽດນາມ, ການນຳຝລັ່ງ ໄດ້ຢືນຢັນເປັນຫຼາຍຄັ້ງ ຄວາມປາດຖະໜາຢາກສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດເລິກເຊິ່ງກວ່າອີກ, ມຸ່ງໄປເຖິງວິໄສທັດຍາວນານ ແລະ ຍືນຍົງກວ່າ, ຕອບສະໜອງຜົນປະໂຫຍດຂອງທັງ 2 ປະເທດ ແລະ ສ້າງກາລະໂອກາດ ແລະ ແງ່ຫວັງຮ່ວມມືຫຼາຍຢ່າງ, ນັບທັງໃນຂົງເຂດ 2 ຝ່າຍ ແລະ ຫຼາຍຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ