ຫວຽດນາມຮຽກຮ້ອງການລົງທຶນຈາກບັນດາວິສາຫະກິດຕຳ່ແຜ່ນຕັດຫຍິບອິນເດຍ

ຫວຽດນາມຮຽກຮ້ອງການລົງທຶນຈາກບັນດາວິສາຫະກິດຕຳ່ແຜ່ນຕັດຫຍິບອິນເດຍ - ảnh 1
ກອງ​ປະຊຸມຊຸກຍູ້​ການ​ລົງທຶນ​ສຳລັບ​ບັນດາ​ບໍລິສັດ​ຕຳ່​​ແຜ່​ນ
ຕັ​ດຫຍິບ​ພາກ​ເໜືອ ອິນ​ເດຍ
(ພາບ: Huy Binh - TTXVN)

(vovworld) –  ກອງ​ປະຊຸມຊຸກຍູ້​ການ​ລົງທຶນ​ສຳລັບ​ບັນດາ​ບໍລິສັດ​ຕຳ່​​ແຜ່​ນຕັ​ດຫຍິບ​ພາກ​ເໜືອ ອິນ​ເດຍ ຫາ​ກໍ່​ໄດ້​ດຳ​ເນີນ​ໄປ​ຢູ່ Ludhiana, ລັດ Punjab ຂອງ ອິ​ນ​ເດຍ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າ​ໂດ​ຍສະຖານທູ​ດ ຫວຽດນາມ ປະຈຳ ອິນ​ເດຍ ສົມທົບ​ກັບ​ທະນາຄາ​ນ Eximbank ອິນ​​ເດຍ ຈັດ​ຕັ້ງ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ລົງທຶນ​ຂອງ ອິນ​ເດຍ ​ເຂົ້າ​ຂົ​ງ​ເຂດ​ຕຳ່​ແຜ່ນ​ຕັດຫຍິບ ຢູ່ ຫວຽດນາມ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ຜູ້ຕາງໜ້າ​ຂອງ​ວິ​ສາ​ຫະກິດ 30 ​ແຫ່ງ​ເຊິ່ງ​ແມ່ນ​ສະມາຊິກ​ຂອງ​ສະຫະ​ສະມາຄົມ​ບັນດາ​ໂຮງງານ​ຕຳ່​ແຜ່ນ​ຕັດຫຍິບ​ພາກ​ເໜືອ ອິນ​ເດຍ , ​ໃນ​ນັ້ນ​ມີ​ວິ​ສາ​ຫະກິດ​ໃຫຍ່​ຫຼາຍ​​ແຫ່ງ. ກອງ​ປະຊຸມ​ຄັ້ງ​ນີ້​ມີ​ເນື້ອ​ໃນ​ສົ່ງ​ເສີມ​ການ​ລົງທຶນ​ເຂົ້າ​ບັນດາ​ປະ​ເທດ​ຄື: ກຳປູ​ເຈຍ, ລາວ, ມຽນມາ ​ແລະ ຫວຽດນາມ, ດ້ວຍ​ຈຸດ​ສຸມ​ແມ່ນ​ຮຽກ​ຮ້ອງ​ການ​ລົງທຶນ​ເຂົ້າ​ຕະຫຼາດ​ຕຳ່​ແຜ່ນ​ຕັດຫຍິບ ຫວຍ​ດນາມ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອິນ​ເດຍ ​ໂຕນ​ຊີງ​ແທ່ງ ​ໄດ​້ຊີ້​ແຈ້ງ​ກາລະ​ໂອກາດ​ເມື​່ອ ຫວຽດນາມ ​ເຂົ້າ​ຮ່ວມ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ ປາຊີ​ຟິກ (TPP), ບັນດາ​ວິ​ສາ​ຫະກິດ ຕຳ່​ແຜ່ນ​ຕັດຫຍິບ ອິນ​ເດ​ຍອາດ​ຈະ​ຜ່ານ​ການ​ລົງທຶນ, ຜະລິດ​ຢູ່ ຫວຽດນາມ ​ເພື່ອ​ສົ່ງເຄື່ອງ​ຕຳ​ແຜ່ນ​ຕັດ​ຫຍິບ ​ໄປ​ຍັງ​ບັນດາ​ຕະຫຼາດ​​ແຖວ​ໜ້າ​ຂອງ​ໂລກ​ຄື ອາ​ເມ​ລິ​ກາ, ຍີ່ປຸ່ນ ດ້ວຍ​ອັດຕາ​ພາສີ​ແມ່ນ 0%. ບໍ່​ພຽງ​ແຕ່​ເທົ່ານັ້ນ, ສັນຍາ​ການ​ຄ້າ​ເສລີບາງ​ສະບັບ​ເຊິ່ງ ຫວຽດນາມ ​ໄດ້​ລົງ​ນາມ​ແລ້ວ ​ແລະ ພວມ​ເຈລະຈາ​ຈະ​ເປີດ​ກາລະ​ໂອກາດ​ໃຫ້​ແກ່​ສິນຄ້າ​ຕຳ່​ແຜ່ນ​ຕັດຫຍິບ​ເຂົ້າ​ບັນດາ​ຕະຫຼາດ​ແຖວ​ໜ້າ​ຂອງ​ໂລກ​ຄື: ສະຫະພາບ​ເອີ​ລົບ (EU) ​ແລະ ກາ​ນາ​ດາ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ໂຕນ​ຊີງ​ແທ່ງ ຮຽກຮ້ອງ​​ໃຫ້​ບັນດາ​ວິ​ສາ​ຫະກິດ ອິນ​ເດຍ ຕັ້ງໜ້າ​ລົງທຶນ​ເຂົ້າ​ການ​ຜະລິດຝ້າຍ, ຕຳ​່​ແຜ່ນ​ຕັດຫຍິບ ​ແລະ ອຸດສາຫະກຳ​ໜູນ​ຊ່ວຍ​ຂະ​ແໜງ​ຕຳ່​​ແຜ່ນ​ຕັດຫຍິບ ຢູ່ ຫວຽດນາມ.

 


ຂ່າວ/ບົດ​ອື່ນ