ຫວຽດນາມຮຽກຮ້ອງໃຫ້ບັນດາຝ່າຍປະຈຳຊີຣີເພີ່ມທະວີການໂອ້ລົມສົນທະນາ
(VOVWORLD) - ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ຮັບຮູ້ຄວາມຄືບໜ້າໃນການເຈລະຈາໃນຂອບເຂດຂອງຄະນະກຳມະການລັດຖະທຳມະນູນ ໃນໄລຍະທ້າຍປີ 2020, ແລະ ຖືວ່າ ນີ້ແມ່ນໂອກາດເພື່ອບັນລຸໄດ້ບາດກ້າວບຸກທະລຸໃນການເຈລະຈາການປັບປຸງລັດຖະທຳມະນູນໃນວິວັດທະນາການດ້ານການເມືອງ ຢູ່ຊີຣີ.
ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມປະຈຳເດືອນ ກ່ຽວກັບສະພາບການຢູ່ຊີຣີ
(ພາບ: baoquocte.vn)
|
ວັນທີ 16 ທັນວາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມປະຈຳເດືອນ ກ່ຽວກັບສະພາບການຢູ່ຊີຣີ. ນະທີ່ນີ້, ຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍເພີ່ມທະວີການໂອ້ລົມສົນທະນາເພື່ອຊຸກຍູ້ມາດຕະການດ້ານການເມືອງຍາວນານ ແລະ ຖືຜົນປະໂຫຍດຂອງຊາວຊີຣີຢູ່ແຖວໜ້າ.
ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ຮັບຮູ້ຄວາມຄືບໜ້າໃນການເຈລະຈາໃນຂອບເຂດຂອງຄະນະກຳມະການລັດຖະທຳມະນູນ ໃນໄລຍະທ້າຍປີ 2020, ແລະ ຖືວ່າ ນີ້ແມ່ນໂອກາດເພື່ອບັນລຸໄດ້ບາດກ້າວບຸກທະລຸໃນການເຈລະຈາການປັບປຸງລັດຖະທຳມະນູນໃນວິວັດທະນາການດ້ານການເມືອງ ຢູ່ຊີຣີ. ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການໜູນຊ່ວຍຊີຣີຂອງປະຊາຄົມສາກົນ ໃນການຊຸກຍູ້ວິວັດທະນາການດ້ານການເມືອງກໍ່ຄືໃນການປັບປຸງສະພາບການມະນຸດສະທຳ.