ຫວຽດນາມຮຽກຮ້ອງໃຫ້ບັນດາຝ່າຍຢູ່ ໂຊມາລີເຈລະຈາ

(VOVWORLD) -ໃນວັນທີ 21 ພຶດສະພາ ສະພາຄວາມໝັັ້ນຄົງສະຫະປະຊາຊາດໄດ້ດຳເນີນກອງປະຊຸມທາງອອນລາຍເພື່ອປຶກສາຫາລືສະພາບການ ແລະ ເນື້ອໃນບົດລາຍງານຂອງ ທ່ານເລຂາທິການໃຫຍ່ສະຫະປະຊາຊາດກ່ຽວກັບການເຄື່ອນໄຫວຂອງຄະນະປະຕິບັດງານໜູນຊ່ວຍສະຫະປະຊາຊາດ (UNSOM) ຢູ່ໂຊມາລີ.
ຫວຽດນາມຮຽກຮ້ອງໃຫ້ບັນດາຝ່າຍຢູ່ ໂຊມາລີເຈລະຈາ - ảnh 1ສະຖານທີ່ເກີດເຫດວາງລະເບີດຢູ່ໂຊມາລີ (ພາບ: AFP/TTXVN) 

ທີ່ກອງປະຊຸມ, ທ່ານດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາ ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບບັນດາການຜັນແປໃໝ່ໃນໄລຍະມໍ່ໆມານີ້ໃນການພົວພັນລະຫວ່າງລັດຖະບານສະຫະລັດ ໂຊມາລີ ແລະ ບັນດາລັດສະມາຊິກ, ພິເສດແມ່ນບັນດາການປະທະກັນປະກອບອາວຸດຢູ່ Jubbaland; ທ່ານໄດ້ຮຽກຮ້ອງໃຫ້ບັນດາຝ່າຍມານະພະຍາຍາມເຈລະຈາ, ປະຕິບັດຕາມກົດໝາຍວ່າດ້ວຍການເລືອກຕັ້ງ, ຕັ້ງໜ້າກະກຽມ ແລະ ສ້າງເງື່ອນໄຂໃຫ້ປະຊາຊົນ ແລະ ບັນດາພັກການເມືອງເຂົ້າຮ່ວມໃນການເລືອກຕັ້ງ “ແຕ່ລະຄົນແມ່ນມີບັດເລືອກຕັ້ງໜຶ່ງບັດ”. ທ່ານເອກອັກຄະລັດຖະທູດກ່າວປະນາມບັນດາການບຸກໂຈມຕີການກໍ່ການຮ້າຍ, ຮຽກຮ້ອງໃຫ້ປະຊາຄົມສາກົນ ແລະ ບັນດາຝ່າຍກ່ຽວຂ້ອງເພີ່ມທະວີບັນດາມາດຕະການຮ່ວມມືຕ້ານກຳລັງ Al-Shabaab ເພື່ອປົກປ້ອງສາມັນຊົນ, ພິເສດແມ່ນ ຜູ້ຍິງ ແລະ ເດັກນ້ອຍ; ຢັ້ງຢືນສະໜັບສະໜູນການເຄື່ອນໄຫວຂອງ AMISOM ແລະ USOM ກໍ່ຄືການເຄື່ອນໄຫວຂອງກຸ່ມປະຕິບັດງານຂອງສະຫະປະຊາຊາດປະຈຳ ໂຊມາລີ ແນໃສ່ໜູນຊ່ວຍປະເທດນີ້ຮັກສາສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ