ຫວຽດນາມເຂົ້າຮ່ວມ ກອງປະຊຸມສຳມະນາ ສາກົນ“ບັນດາພັກ ຝ່າຍ ແລະ ສັງຄົມໃໝ່“

ຫວຽດນາມເຂົ້າຮ່ວມ ກອງປະຊຸມສຳມະນາ ສາກົນ“ບັນດາພັກ ຝ່າຍ ແລະ ສັງຄົມໃໝ່“ - ảnh 1
Mexico City

(ພາບ:ອິນ​ເຕີ​ແນັດ)

(vovworld)-​  ​ແຕ່​ວັນ​ທີ 14-16/3, ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ​ຫວຽດນາມ ​ໂດຍ​ທ່ານ​ເຈີ່ນ​ດັກ​ເລີ້​ຍ ​ຫົວໜ້າ​ຄະນະ​ພົວພັນ​ກັບ​ຕ່າງປະ​ເທດ​ ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ນຳໜ້າ ​ໄດ້​ເຂົ້າຮ່ວມກອງ​ປະຊຸ​ມສຳ​ມະ​ນາສາ​ກົນ “ບັນດາ​ພັກ​ຝ່າຍ ​ແລະ ສັງຄົມ​ໃໝ່“ ຄັ້ງທີ 17 ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ Mexico City. ​ເຂົ້າຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ມີ​ຜູ້​ແທນ​ກ່ວາ 1000 ທ່ານ ສັງກັດ 109 ອົງການ​ຈັດຕັ້ງທີ່​ມາ​ຈາກ 38 ປະ​ເທດ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ເຈີ່ນ​ດັກ​ເລີ້​ຍ  ​ໄດ້​ຍົກ​ອອກ​ບັນດາ​ບົດຮຽນ​ສັງ​ລວມກ່ຽວ​ກັບ​ການ​ພັດທະນາ​ສັງຄົມ​ຕາມ​ການ​ກຳນົດ​ທິດ​ສັງຄົມ​ນິນ​ຍົມຢູ່​ຫວຽດນາມ ຈາກ​ພຶດຕິ​ກຳ​ຕົວ​ຈິງ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ໃນ​ຕະຫຼອດ 25 ປີຜ່ານ​ມາ ພ້ອມ​ທັງ​ເນັ້ນໜັກ​ວ່າ: ຫວຽດນາມ ມີ​ຄວາມ​ຮັບ​ຮູ້​ວ່າ: ການ​ສ້າງ​ສັງຄົມ​ນິຍົມ​ໃນ​ເງື່ອນ​ໄຂ​ນຳ​ໃຊ້​ເສດຖະກິດ​ການ​ຕະຫຼາດ, ​ເປີດ​ປະຕູ ​ແລະ ​ເຊື່ອມ​ໂຍງ​ໃນ​ເງື່ອນ​ໄຂ​ໂລກ​ປະຈຸ​ບັນ ​ແມ່ນ​ຮັບ​ຮູ້​ການ​ຕໍ່ສູ້​ເປີດ​ລະຫວ່າງ​ລັດທິ​ສັງຄົມ​ນິຍົມ ​ແລະ ລັດທິ​ນາຍທຶນ. ນີ້​ແມ່ນ​ສິ່ງ​ທ້າ​ທາຍ​ອັນ​ໃຫ່ຍຫຼວງ ​ແລະ ​ແມ່ນ​ການ​ຕໍ່ສູ້​ໃໝ່​ຂອງ​ບັນດາ​ນັກ​ກອມ​ມູນິດ​ຫວຽດນາມ. ​ໃນ​ໄລຍະ​ດຳເນີນກອງ​ປະຊຸມ​ສຳ​ມະ​ນາ, ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ພົບ​ປະ​ສອງ​ຝ່າຍ ​ແລະ ​ແລກປ່ຽນ​ຄຳ​ເຫັນກັບບັນດາ​ຜູ້ຕາງໜ້າ​ພັກ​ຝ່າຍ​ການ​ເມືອງ​ປະ​ເທດ​ເມັກ​ຊິກ​ໂກ, ອາ​ເມ​ລິ​ກາ​ລາ​ຕິນ ​ແລະ ປະ​ເທດ​ອື່ນໆ.

 

ຂ່າວ/ບົດ​ອື່ນ