ຫວຽດນາມເຂົ້າຮ່ວມ ບັນດາກອງປະຊຸມລັດຖະ ມົນຕີເຂດລຸ່ມແມ່ນ້ຳຂອງ ຢູ່ນອກກອງປະຊຸມ AMM 46

ຫວຽດນາມເຂົ້າຮ່ວມ ບັນດາກອງປະຊຸມລັດຖະ ມົນຕີເຂດລຸ່ມແມ່ນ້ຳຂອງ ຢູ່ນອກກອງປະຊຸມ AMM 46  - ảnh 1

(ພາບ:vietnamplus.vn)

(vovworld)- ວັນ​ທີ 1/7, ຢູ່​ນອກ​​ກອງ​ປະຊຸມ​ລັດຖະມົນຕີການ​ຕ່າງປະ​ເທດ​ອາ​ຊຽນ ຄັ້ງທີ 46 (AMM 46)  ​ຢູ່​ບຣູ​ໄນ, ​ໄດ້​ຈັດ​ໃຫ້​ມີກອງ​ປະຊຸມລັດຖະມົນຕີການ​ຕ່າ​ງປະ​ເທດ​​ເຂດ​ລຸ່ມ​ແມ່ນ້ຳຂອງ-ອາ​ເມ​ລິ​ກາ ​ແລະ ກອງ​ປະຊຸມລັດຖະມົນຕີ​​ການ​ຕ່າງປະ​ເທດເຂດ​ລຸ່ມ​ແມ່ນ້ຳຂອງ ​ແລະ ບັນດາ​ເພື່ອ​ນມິດ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຟ້າ​ມບິງ​ມິ​ງ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າຮ່ວມ​ບັນດາ​ກອງ​ປະຊຸມ​ນີ້. ດ້ວຍ​ຫົວ​ເລື່ອງ “ກາລະ​ໂອກາດ ​ແລະ ສິ່ງ​ທ້າທາຍກ່ຽວ​ກັບ​ການ​ເຊື່ອມ​ຈອດ ​ແລະ ສິ່ງ​​ແວດ​ລ້ອມ” ນັ້ນ, ກອງ​ປະຊຸມລັດຖະມົນຕີການ​ຕ່າ​ງປະ​ເທດ​​ເຂດ​ລຸ່ມ​ແມ່ນ້ຳຂອງ-ອາ​ເມ​ລິ​ກາ (LMI) ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ສິ່ງ​ທ້າ​ທາຍ​ພັດທະນາ​ໃນ​ພາກ​ພື້ນ ​ແລະ ຄວາມ​ຕ້ອງການ​ຮ່ວມ​ມື​ໜູນ​ຊ່ວຍ​ບັນດາ​ປະ​ເທດ​ແມ່ນ້ຳຂອງ​ໃນ​ການ​ຮັດ​ແຄບ​ຊ່ອງ​ຫວ່າງ​​ແຫ່ງການ​ພັດທະນາ. ທີ່​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຟ້າ​ມບິງ​ມິ​ງ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຄູ່​ຮ່ວມ​ມື​ພັດທະນາ, ​ໃນ​ນັ້ນມີ​ອາ​ເມ​ລິ​ກາ ຊື່​ງ​ໄດ້​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່​ອນ​ໄຫວ​ອັນ​ແທດ​ຈິງ​ເພື່ອ​ເພີ່ມ​ທະວີ​ການ​ເຊື່ອມ​ຈອດ ​ແລະ ການ​ເຊື່ອມ​ໂຍງ​ລະຫວ່າງ​ບັນດາ​ປະ​ເທດ​ແມ່ຂອງ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຟ້າ​ມບິງ​ມິ​ງ ​ເນັ້ນໜັກ​ວ່າ ຫວຽດນາມ ​ເວົ້າສະ​ເພາະ ​ແລະ ​ເຂດ​ລຸ່ມ​ແມ່ນ້ຳຂອງ​ເວົ້າລວມຈະ​ຖືກ​ຜົນ​ສະທ້ອນ​ຢ່າງ​ຮ້າຍ​ແຮງ​ຕໍ່ໜ້າ​ໄພ​ນ້ຳຖືກບົກແຫ້ງ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ບັນດາ​ສິ່ງ​ທ້າ​ທາຍ​ອື່ນໆ. ສະນັ້ນ, ປະ​ເທດ​ຕ່າງໆ​ທີ່​ກ່ຽວຂ້ອງ​ຕ້ອງ​ປະຕິບັດ​ບັນດາຫຼັກການ​ກົດໝາຍ​ສາກົນ ​ແລະ ສັນຍາ​ແມ່​ຂອງ​ປີ 1995 ​ເພື່ອ​ແນ​ໃສ່​ຮັບປະກັນ​ການ​ນຳ​ໃຊ້​​ແຫຼ່ງນ້ຳແບບ​ຍືນຍົງ, ຍຸດຕິ​ທຳ. ບັນດາ​ປະ​ເທດ​ກໍ່​ຊົມ​ເຊີຍ ​ແລະ ​ໃຫ້​ຄຳໝັ້ນສັນຍາ​ຈະຕັ້ງໜ້າ​ຜັນ​ຂະຫຍາຍ​ສອງ​ໂຄງການ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ແຫຼ່ງນ້ຳ​ໃຕ້​ດິນ ​ແລະ ຄຸ້ມ​ຄອງ​ແຫຼ່ງນ້ຳ​ໃນ​ລະດູ​ແລ້ງ​ຢູ່​ເຂດ​ລຸ່ມ​ແມ່ນ້ຳຂອງ​ໂດຍ​ຫວຽດນາມ ສະ​ເໜີ​​ເມື່ອ​ປີ 2012.

ຂ່າວ/ບົດ​ອື່ນ