ຫວຽດນາມເຂົ້າຮ່ວມກອງປະຊຸມASEMກ່ຽວກັບການຍົກສູງສິດເສດຖະກິດຂອງແມ່ຍິງ

(VOVWORLD) -ໃນລະຫວ່າງວັນທີ 25 – 26 ພຶດສະພາ, ກອງປະຊຸມຂອງເວທີປາໄສຮ່ວມມືອາຊີ - ເອີລົບ (ASEM) ກ່ຽວກັບ “ຍົກສູງສິດເສດຖະກິດຂອງແມ່ຍິງ: ສ້າງກາລະໂອກາດສະເໝີພາບໃນວຽກເຮັດງານທຳ”, ຖືກດຳເນີນຢູ່ນະຄອນຫຼວງ Vilnius, ປະເທດ Litva. 

ຫວຽດນາມເຂົ້າຮ່ວມກອງປະຊຸມASEMກ່ຽວກັບການຍົກສູງສິດເສດຖະກິດຂອງແມ່ຍິງ - ảnh 1

ກອງປະຊຸມASEMກ່ຽວກັບການຍົກສູງສິດເສດຖະກິດຂອງແມ່ຍິງ 

(ພາບ: EPA/TTXVN)

ທ່ານນາງເອກອັກຄະລັດຖະທູດຫວຽດນາມ ເລທິຕວຽດມາຍ, ກຳມະການຄະນະບໍລິຫານງານສູນກາງສະຫະພັນແມ່ຍິງຫວຽດນາມ ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ ໄດ້ຍົກສູງແຜນນະໂຍບາຍ, ຄວາມມານະພະຍາຍາມ ແລະ ຜົນງານຂອງຫວຽດນາມ ໃນການເຊີດຊູບົດບາດຂອງແມ່ຍິງ ໃນການພັດທະນາເສດຖະກິດ, ສັງຄົມຂອງປະເທດຊາດ ພາຍຫຼັງໄລຍະ 30 ປີແຫ່ງການປ່ຽນແປງໃໝ່ ແລະ ເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງຄືໃນປະຈຸບັນ. ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ ກໍ່ເຕື້ອງເຖິງເລື່ອງຫວຽດນາມ ຕັ້ງໜ້າເຂົ້າຮ່ວມການຮ່ວມມືກັບສາກົນຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍຄື: ຮ່ວມມືອາຊຽນ, APEC; ພ້ອມທັງແຈ້ງໃຫ້ຊາບກ່ຽວກັບ “ເວທີປາໄສ APEC ກ່ຽວກັບແມ່ຍິງ ແລະ ເສດຖະກິດຄັ້ງທີ 6” ເຊິ່ງຫວຽດນາມ ຈະເປັນເຈົ້າພາບຈັດຕັ້ງ, ຄາດວ່າຈະຈັດຂຶ້ນຢູ່ເຫ້ວ ໃນເດືອນ ກັນຍາ 2017.

        ການເຂົ້າຮ່ວມຢ່າງຕັ້ງໜ້າຂອງຫວຽດນາມ ທີ່ກອງປະຊຸມ ໄດ້ຮັບການຕີລາຄາສຄງຈາກປະເທດເຈົ້າພາບ ແລະ ບັນດາປະເທດຂໍ້ລິເລີ່ມຮ່ວມ, ສະແດງໃຫ້ເຫັນແຜນນະໂຍບາຍເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ, ຍົກສູງຄຸນນະພາບ ແລະ ປະສິດທິຜົນຂອງການພົວພັນຕ່າງປະເທດຫຼາຍຝ່າຍຂອງຫວຽດນາມ, ປະກອບສ່ວນຢ່າງແທດຈິງໃຫ້ແກ່ການຮ່ວມມື ASEM.

ຕອບກັບ

ຂ່າວ/ບົດ​ອື່ນ