(vovworld) – ທີ່ກອງປະຊຸມແຕ່ວັນທີ 9 -11/10, ຫວຽດນາມ ພ້ອມກັບ 9 ປະເທດສະມາຊິກອື່ນຂອງ ອາຊຽນ ແລະ 8 ປະເທດຄູ່ຮ່ວມມື - ຄູ່ເຈລະຈາ ລວມມີ: ອົດສະຕາລີ, ຈີນ, ອິນເດຍ, ຍີ່ປຸ່ນ, ສ ເກົາຫຼີ, ນິວຊີແລນ, ລັດເຊຍ ແລະ ອາເມລິກາ, ໄດ້ສຳຫຼວດກວດຄືນການປະຕິບັດໂຄງການ “ຟຶກອົບຮົມກ່ຽວກັບການໜູນຊ່ວຍມະນຸດສະທຳ ແລະ ການກູ້ໄພກູ້ຊີບສົມທົບກັບເສນາຮັກ” ໃນຂອບເຂດກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ເປີດກ້ວາງ (ADMM – Plus), ເຊິ່ງໄດ້ຮັບຮອງເອົາຢູ່ ບຣູໄນ ໃນເດືອນ 6 ຜ່ານມາ.
ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງປ້ອງກັນປະເທດ ສິງກາໂປ Chan Yeng Kit, ຖືວ່າ: ເລື່ອງສ້າງຕັ້ງກຸ່ມປະຕິບັດງານກ່ຽວກັບເສນາຮັກຂອງ ADMM+ ສະແດງໃຫ້ເຫັນວ່າ: ເປັນຄັ້ງທຳອິດທີ່ການຮ່ວມມືແທດຈິງໃນຂະແໜງເສນາຮັກທີ່ໄດ້ຮັບການປະຕິບັດໃນຂອບເຂດຄວາມໝັ້ນຄົງຂອງພາກພື້ນ. ຈຸດໝາຍເພື່ອແນໃສ່ເພີ່ມທະວີການຮ່ວມມື ແລະ ການສົມທົບລະຫວ່າງກຳລັງເສນາຮັກຂອງ 18 ປະເທດເຂົ້າຮ່ວມ ADMM – Plus ໃນບັນດາການເຄື່ອນໄຫວໜູນຊ່ວຍມະນຸດສະທຳ ແລະ ກູ້ໄພກູ້ຊີບ.