ຫວຽດນາມເຂົ້າຮ່ວມການຈັດຕັ້ງພິທີສະເຫຼີມສະຫຼອງວັນແຫ່ງຄວາມຜາສຸກສາກົນຢູ່ສະຫະປະຊາຊາດ

ຫວຽດນາມເຂົ້າຮ່ວມການຈັດຕັ້ງພິທີສະເຫຼີມສະຫຼອງວັນແຫ່ງຄວາມຜາສຸກສາກົນຢູ່ສະຫະປະຊາຊາດ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 20/03, ຢູ່​ສຳນັກງານ​ສະຫະ​ປະຊາ​ຊາດ, ຫວຽດນາມ ສົມທົບ​ກັບ Sao Tome ​ແລະ Principe (ປະ​ເທດ​ໝູ່​ເກາະ​ຢູ່​ທາງ​ພາກ​ໃຕ້​ມະຫາ​ສະໝຸດ​ອັດ​ລັງ) ​ແລະ Palau (ປະ​ເທດ​ໝູ່​​ເກາະ​ຢູ່​ທາງ​ທິດ​ໃຕ້ມະຫາ​ສະ​ໝູ​ດ​ປາຊີ​ຟິກ) ພ້ອມ​ກັນ​ຕັ້ງ​ພິທີ​ສະ​ເຫຼີ​ມ ສະຫຼອງ​ວັນ​ແຫ່ງ​ຄວາມ​ຜາ​ສຸກ​ສາກົນ. ປີ 2012, ບົນ​ພື້ນຖານ​ຂໍ້​ລິ​ເລິ່ມຂອງ Bhutan, ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ໄດ້​ຮັບຮອງ​ເອົາ​ມະຕິ A/RES/66/281 ທີ່​ເລືອກ​ເອົາວັນ​ທີ 20/03 ປະຈຳ​ປີ​ແມ່ນ​ວັນ​ແຫ່ງ​ຄວາມ​ຜາ​ສຸກ​ສາກົນ​ ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ຜາ​ສຸກນັ້ນ ​ແມ່ນ​ຈຸດໝາຍ ​ແລະ ກຳລັງໜູນ​ລວມຂອງມວນ​ມະນຸດ ​ແລະ ຮຽກ​ຮ້ອງ​ໃຫ້​ມີວິທີສຳຜັດ​ຢ່າງກົມກຽວ, ມີ​ຄວາມດຸ່ນດ່ຽງ​ກ່ວາ​ໃນ​ການ​ພັດທະນາ​ເສດຖະກິດ ​ເພື່ອ​ແນ​ໃສ່​ພັດທະນາ​ແບບ​ຍືນ​ຍົງ, ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ ​​ແລະ ນຳ​ຄວາມ​ຜາ​ສຸກມາ​ໃຫ້​ທຸກ​ຄົນ.

        ພິທີ​ສະ​ເຫຼີ​ມສະຫຼອງ​ປີ​ນີ້​ມີ​ຫົວ​ຂໍ້​ວ່າ “ຄວາມ​ຜາ​ສຸກ​ໃນ​ໂຄງການດຳ​ເນີນ​ງານສປຊ 2030: ມຸ່ງ​ໄປ​ເຖິງ​ວິ​ໄສ​ທັດ​ພັດທະນາ​ແບບ​ຍືນ​ຍົງ​ໃໝ່​ໃຫ້​ມະນຸດ ​ແລະ ໜ່ວຍ​ໂລກ” ກ່າວ​ຄ​ຳ​ເຫັນ​ທີ່​ພິທີ, ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ຫົວໜ້າ​ຄະນະ​ຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ​ເນັ້ນໜັກ​ວ່າ: ​ໂຄງການ​ດຳ​ເນີນງານ 2030 ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແມ່ນ​ກຳນົດ​ທິດ ​ເພື່ອ​ສ້າງ​ໂລກ​​ໃຫ້ດີງາມ ​ແລະ ມີ​ຄວາມຜາ​ສຸກ​ກ່ວາ, ​ເພື່ອ​ໃຫ້ປະຊາຊົນ​ທຸກ​ຄົນ​ໃນ​ໂລກ ລ້ວນ​ແຕ່ມີ​ຊີວິດ​ຢູ່​ໃນ​ສັນຕິພາບ, ຄວາມວັດທະນາ​ຖາວອນ, ຄວາມສະ​ເໝີ​ພາບ ​ແລະ ມີ​ຄວາມ​ປອງ​ດອງ​ກັບ​ທ​ຳມະ​ຊາດ. ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ຢືນຢັນ​ວ່າ: ລັດ ​ແລະ ປະຊາ​ຊົນ ຫວຽດນາມ ຍາມ​ໃດ​ກໍ່ສູ້​ຊົນ​ເພື່ອ “​ເອກະລາດ - ​ເສລີພາບ - ຄວາມ​ຜາ​ສຸກ ” ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຢ່າງ​ແຮງ​​ໃນ​ການປະຕິບັດ​ສຳ​ເລັດ​ໂຄງການ​ດຳ​ເນີນ​ງານ 2030 ​ແລະ ພວມ​ຕັ້ງໜ້າ​ຜັນ​ຂະຫຍາຍ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ.

ຂ່າວ/ບົດ​ອື່ນ