ຫວຽດນາມເຂົ້າຮ່ວມງານຕະຫຼາດນັດສາກົນກ່ຽວກັບອາຫານການກິນຢູ່ອັກຊັງຕີນ

ຫວຽດນາມເຂົ້າຮ່ວມງານຕະຫຼາດນັດສາກົນກ່ຽວກັບອາຫານການກິນຢູ່ອັກຊັງຕີນ - ảnh 1
ຜູ້ຕາງໜ້າອົງການ​ການ​ຄ້າຫວຽດນາມ ຢູ່ ​ອັກ​ຊັງ​ຕີນ
ເຮັດວຽກກັບລູກຄ້າຢູ່ງານຕະຫຼາດນັດ Fiar-2015
(ພາບ: Diệu Hương/Vietnam+)


(vovworld) - ວັນ​ທີ 16/4, ຫວຽດນາມ ​ເຂົ້າ​ຮ່ວມກອງ​ປະຊຸມ​ສຳ​ມະ​ນາ​ແລກປ່ຽນ​ວຽກ​ງານ​ທູດການຄ້າ​ໃນ​ຂອບ​ເຂດ​ງານ​ຕະຫຼາດນັດ​​ສາກົນກ່ຽວ​ກັບ​ອາຫານ​ການ​ກິນ (Fiar-2015) ​ໄດ້ດຳ​ເນີນ​ຢູ່ນະຄອນ Rosario, ຂຶ້ນ​ກັບ​ແຂວງ Santa Fe, ຫ່າງຈາກ​ນະຄອນຫຼວງ Buenos Aires ຂອງ ອັກ​ຊັງ​ຕີນ 300 ກິ​ໂລ​ແມັດ​ໄປ​ທາງ​ທິດຕາ​ເວັນ​ອອກສຽງ​ເໜືອ. ນີ້ແມ່ນ​ຄັ້ງ​ທຳ​ອິດທີ່ ຫວຽດນາມ ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ Fiar ​ເຊິ່ງດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 15-18/4, ​ໂດຍ​ຫ້ອງການ​ການ​ຄ້າ ອັກ​ຊັງ​ຕີນ ສົມທົບ​ກັບ​ອຳນາດ​ການ​ປົກຄອງ Rosario ຈັດ​ຕັ້ງຂຶ້ນ. ງານ​ຕະຫຼາດນັດ​ປີ​ນີ້, ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ວິ​ສາ​ຫະກິດ ອັກ​ຊັງ​ຕີ 300 ​ແຫ່ງ ​ແລະ ຜູ້ຕາງໜ້າ​ບັນດາ​ປະ​ເທດ​ຄື: ​ເມັ​ກຊີ​ໂກ, ​ໂກ​ລົມ​ເບຍ, ອີ​ຕາ​ລີ, ລັດ​ເຊຍ, ອາ​ເມ​ລິ​ກາ, ຕວກກີ,​​ ໂປ​ໂລ​ຍ, ຫວຽດນາມ....ບັນດາ​ຜະລິດ​ຕະພັນ​ສະບຽງ​ອາຫານ, ອຸປະກອນ​ອຸດສາຫະກຳ ກໍ່​ຄື​ອຸດສາຫະກຳ​ຜະລິດ​ສະບຽງ​ອາຫານ ​ທີ່​ໄດ້​ວາງສະ​ແດງ​ຢູ່​ບັນດາ​ຮ້ານວາງສະ​ແດງ​ດ້ວຍ​ເນື້ອ​ທີ່​ທັງ​ໝົດ​ແມ່ນ 4.000 m2. ​ໃນ​ຂອບເຂດກອງ​ປະຊຸມ​ກໍ່​ໄດ້ດຳ​ເນີນ​ເວທີ​ປາ​ໄສ​ອຸດສາຫະກຳ​ອາ​ຫານ​ການ​ກິນ​ສາກົນ ​ແລະ ​ເວທີ​ປາ​ໄສ​ຄວາມ​ປອດ​ໄພ​ດ້ານ​ອາຫານ​ການ​ກິນ.

        ຜູ້ຕາງໜ້າອົງການ​ການ​ຄ້າຫວຽດນາມ ຢູ່ ​ອັກ​ຊັງ​ຕີນ ​ໄດ້​ແນະນຳ​​ໂດຍ​ສັງ​ເຂ​ບກ່ຽວ​ກັບລະບຽບ​ການພາສີ ສຳລັບ​ສິນຄ້າ​ປະ​ເພດຕ່າງໆຂອງ​ວິ​ສາ​ຫະກິດ​ບັນດາ​ປະ​ເທດ​ອາ​ເມ​ລິ​ກາ​ໃຕ້ ທີ່ຢາກ​ສົ່ງ​ອອກ​ມາ​ຍັງຕະຫຼາດ ຫວຽດ ນາມ ກໍ່​ຄື​ຄວາມສາມາດ​ບົ່ມ​ຊ້ອນຂອງບັນດາ​ປະ​ເພດສິນຄ້າ​ຄື: ກາ​ເຟ, ຢາງພາລາ ​ແລະ ຜະລິດ​ຕະພັນ​ໄມ້​ຂອງ ຫວຽດນາມ.

ຂ່າວ/ບົດ​ອື່ນ