ຫວຽດນາມເຂົ້າຮ່ວມງານຕະຫຼາດນັດແຫ່ງການກຸສົນປະຈຳປີຢູ່ຢູແກຼນ

ຫວຽດນາມເຂົ້າຮ່ວມງານຕະຫຼາດນັດແຫ່ງການກຸສົນປະຈຳປີຢູ່ຢູແກຼນ - ảnh 1
ຮ້ານ​ວາ​ງ​ສະ​ແດງ​ຂອງ ຫວຽດ​ນາມ ຢູ່ງານ​ຕະຫຼາດ​ນັດ​​ແຫ່ງການ​ກຸ​ສົນ “Charity Bazaar 2016”
(ພາບ: Dương Trí/TTXVN)

(vovworld) – ຢູ່​ນະ​ຄອນຫຼວງ ກີ​ແອບ ຫາກໍ່​ຈັດ​ຕັ້ງ​ງານ​ຕະຫຼາດ​ນັດ​​ແຫ່ງການ​ກຸ​ສົນ “Charity Bazaar 2016” ຄັ້ງ​ທີ 24 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ສະ​ຖານ​ທ​ູ​ດ ແລະ ບັນ​ດາ​ອົງ​ການ​ສາ​ກົນ​ມີ​ສຳ​ນັກ​ງານ​ຕັ້ງ​ຢູ່ ກີ​ແອບ 40 ແຫ່ງ. ຫວຽດ​ນາມ ເຂົ້າ​ຮ່ວມ​ງານ​ຕະຫຼາດ​ນັດ​ດ້ວຍ​ຈິດ​ໃຈ​ອຸ້ມ​ສູ່​ຊ່ວຍ​ເຫຼືອ, ສະ​ແດງ​ໃຫ້​ເຫັນ​ທາດ​ແທ້​ອັນ​ດີ​ງາມ​ຂອ​ງ​ຊາວ ຫວຽດ​ນາມ ແລະ ກໍ່​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ເພື່ອນ​ມິດ​ສາ​ກົນ​ຮູ້ຈັກ​ເຖິງ​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ຊາດ ຫວຽດ​ນາມ ຜ່ານ​ບັນ​ດາ​ຜ​ະ​ລິດ​ຕະ​ພັນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ປະ​ຊາ​ຊົນ ແລະ ປະ​ເທດ ຫວຽດ​ນາມ. ຮ້ານ​ວາງ​ສະ​ແດງ ຂອງ ຫວຽດ​ນາມ ປີນີ້​ອຸ​ດົມ​ສົມ​ບຸນ​ພໍ​ສົມ​ຄວນ, ​ໄດ້ວາງ​ສະ​ແດງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ເສດ, ​ສະບຽງອາ​ຫານ​​ທີ່​ເປັນ​ມູ​ນ​ເຊື້ອ, ການ​ຢາ​ພື້ນ​ເມືອງ, ເຄື່ອງ​ຫັດ​ຖະ​ກຳ, ບັນ​ດາ​ຜະ​ລິດ​ຕະ​ພັນ​ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ ແລະ ອາ​ຫານ​ການ​ກິນ. ຮ້ານ​ວາງ​ສະ​ແດງ​ຂອງ ຫວຽດ​ນາມ ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ປະ​ຊາ​ຊ​ົນ ຢູ​ແກຼນ, ເພື່ອ​ນ​ມິດ​ສາ​ກົນ ແລະ ຊາວ ຫວຽດ​ນາມ ຢູ່​ຢູ​ແກຼນ ເປັນ​ຈຳ​ນວນຫຼ​ວງຫຼາຍ. ຈຳ​ນວນ​ເງິນ​ທີ່​ສະ​ຖານ​ທູ​ດ ຫວຽດ​ນາມ ​ເກັບ​ມາ​ໄດ້​ຈາກ​ການ​ຂາຍ​ເຄື່ອງ​ຢູ່​ງານ​ຕະຫຼາດ​ນັດ​ນີ້​ຈະ​ສົ່ງ​ເຖິງ​​ສະ​ພາ​ກາ​ແດງ ຢູ​ແກຼນ ເພື່ອ​ໜູນ​ຊ່ວຍ​ໃຫ້​ເດັກ​ນ້ອຍ​ພິ​ການ ແລະ ຄົນ​ທຸ​ກ​ຍາກ ຢູ​ແກຼນ.


ຂ່າວ/ບົດ​ອື່ນ