ຫວຽດນາມເຂົ້າຮ່ວມງານບຸນສີສັນອາຊຽນ2015ຢູ່ມາເລເຊຍ
ບັນດາເຍື່ອງອາຫານຂອງ ຫວຽດນາມ ໄດ້ຮັບການນິຍົມຊົມຊອບ
ຈາກເພື່ອນມິດສາກົນ
(ພາບ: Kim Dung-Chí Giáp/Vietnam+)
|
(vovworld) – ງານບຸນສີສັນ ອາຊຽນ 2015 ໄດ້ຮັບການຈັດຕັ້ງໃນວັນທີ 23/5, ຢູ່ນະຄອນຫຼວງບໍລິຫານ Putrajaya ຂອງປະເທດ ມາເລເຊຍ, ດຶງດູດການເຂົ້າຮ່ວມຂອງໄວໜຸ່ມທີ່ມາຈາກ 10 ປະເທດສະມາຊິກອາຊຽນ, ໃນນັ້ນມີ ຫວຽດນາມ. ງານບຸນໂດຍກະຊວງຊາວໜຸ່ມ ແລະ ກິລາ ມາເລເຊຍ ຈັດຕັ້ງເພື່ອແນໃສ່ເພີ່ມທະວີການພົວພັນແລກປ່ຽນວັດທະນະທຳ ແລະ ພົວພັນແລກປ່ຽນລະຫວ່າງຊາວໜຸ່ມບັນດາປະເທດ ອາຊຽນ, ມຸ່ງໄປເຖິງປະຊາຄົມ ອາຊຽນ ຖືປະຊາຊົນເປັນໃຈກາງ. ບັນດາການເຄື່ອນໄຫວຢູ່ງານບຸນລວມມີບັນດາລາຍການສະແດງສິລະປະຮ້ອງລຳທຳເພງ, ແຂ່ງລົດ, ໂຄສະນາວັດທະນະທຳ, ທ່ອງທ່ຽວ… ດ້ວຍຮ້ານວາງສະແດງເກືອບ 30 ຮ້ານ, ບັນດາປະເທດເຂົ້າຮ່ວມໄດ້ແນະນຳໃຫ້ແຂກເຂົ້າຊົມຮູ້ກ່ຽວກັບພາບພົດປະເທດຊາດ, ປະຊາຊົນ, ຈຸດວັດທະນະທຳທີ່ເປັນເອກະລັກສະເພາະ ແລະ ວັດທະນະທຳດ້ານອາຫານການກິນທີ່ອຸດົມສົມບູນ, ຫຼາຍຮູບຫຼາຍສີຂອງປະເທດຕ່າງໆ.