ຫວຽດນາມເຂົ້າຮ່ວມບັນດາການເຄື່ອນໄຫວເລີ່ມປະຕິບັດປີປະທານອາຊຽນ2016ຂອງລາວ

ຫວຽດນາມເຂົ້າຮ່ວມບັນດາການເຄື່ອນໄຫວເລີ່ມປະຕິບັດປີປະທານອາຊຽນ2016ຂອງລາວ - ảnh 1
ຜູ້​ແທນ​ເຂົ້າ​ຮ່ວມ​ພິ​ທີ​ມອບ​ຮັບ​ຕຳ​ແຫນ່ງ​ປະ​ທານ​ອາ​ຊຽນ
ພາບ:TTXVN

 (vovworld)- ​ ຄະ​ນະ​ຜູ້​ຕາງ​ຫນ້າ ​ຫວຽດ​ນາມ ປະ​ຈຳ​ອາ​ຊຽນ ໃຫ້​ຮູ້​ວ່າ: ​​ ​ວັນ​ທີ 8/1 ຢູ່​ສຳ​ນັກ​ງານ ຄະ​ນະ​ເລ​ຂາ ອາ​ຊຽນ ຢູ່ ຈາ​ກາ​ຕາ ໄດ້​ດຳ​ເນີນ​ພິ​ທີ​ມອບ​ຮັບ​ຕຳ​ແຫນ່ງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ບັນ​ດາ​ຜູ້​ຕາງ​ຫນ້າ​ປະ​ຈຳ ອ​າ​ຊຽນ (CPR) ລະ​ຫວ່າງ ມາ​ເລ​ເຊຍ ແລະ ລາວ ແລະ ກອງ​ປະ​ຊຸມ CPR ຄັ້ງ​ທຳ​ອິດ​ໃນ​ປີ 2016 ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ຜູ້​ຕາງ​ຫນ້າ​ປະ​ຈຳ (PR) ຢູ່ ອາ​ຊຽນ ແລະ ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ ເລ​ເລືອງ​ມີງ. ທ່ານ ຫງວຽນ​ແຮ່ວງ​ນຳ, ເອກ​ອັກ​ຄະ​ລັດ​ຖະ​ທູດ, ຜູ້​ຕາງ​ຫນ້າ​ຂອງ ຫວຽດ​ນາມປະ​ຈຳ ອາ​ຊຽນ ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ. ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ເລ​ເລືອງ​ມີງ ຕີ​ລາ​ຄາ​ສູງ​ບັນ​ດາ​ໝາກ​ຜົນ​ບັນ​ລຸ​ໄດ້​ໃນ​ປີ​ປະ​ທານ​ອາ​ຊຽນ 2015 ພິ​ເສດ ແມ່ນ​ປະ​ຊາ​ຄົມ​ອາ​ຊຽນ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ເປັນ​ຂີດ​ໝາຍ​ປະ​ຫວັດ​ສາດ​ໃນ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ​ອາ​ຊຽນ.

 

ຂ່າວ/ບົດ​ອື່ນ