ຫວຽດນາມເຂົ້າຮ່ວມເວທີປາໄສການເດີນທະເລອາຊຽນຢູ່ມາເລເຊຍ

ຫວຽດນາມເຂົ້າຮ່ວມເວທີປາໄສການເດີນທະເລອາຊຽນຢູ່ມາເລເຊຍ - ảnh 1
ຄະນະຜູ້ແທນເຂົ້າຮ່ວມເວທີປາໄສ
ພາບ:internet


(vovworld)- ​ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມກວາງ​ວີ​ງ, ຫົວຫນ້າ​ຄະນະ​ຜູ້​ແທນ​ຫວຽດນາມ​ໃຫ້​ຮູ້​ວ່າ: ຫວຽດນາມ ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ການ​ເດີນ​ທະ​ເລ ອາ​ຊຽນ ​ເພື່ອ​ເພ່ີມ​ທະວີ​ການຊຸກຍູ້​ບັນດາ​ຂົງ​ເຂດ​ຮ່ວມ​ມື​ກ່ຽວ​ກັບ​ທະ​ເລ ຊື່​ງປະ​ເທດ​​ເຂົ້າ​ຮ່ວມ​ທັງ​ໝົດ​ລ້ວນ​ແຕ່​​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ກໍ​ຄື​ປະກອບສ່ວນ​ລວມ​​ເຂົ້າ​ໃນ​ສັນຕິພາບ, ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ. ທີ່​ເວທີ​ປາ​ໄສ, ຫວຽດນາມ ພ້ອມ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ປະ​ເທດ​ອື່ນ ​ໄດ້​ເນັ້ນ​ຫນັກ​ຢ່າງ​ແຮງ​ເຖິງ​ການ​ປະຕິບັດ​ຕາມ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນ​ທິສັນຍາ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ, ​ເນັ້ນ​ຫນັກ​ເຖິງ​ມາດ​ຕະການ​ຮັບປະກັນ​ສັນຕິພາບ ສະຖຽນລະ​ພາບ ​ແລະ ຄວາມ​ໝັ້ນຄົງ ຄວາມ​ປອດ​ໄພ​ການ​ເດີນ​ທະ​ເລ​ຢູ່​ພາກ​ພື້ນ ​ແລະ ຖື​ວ່າ ນີ້​ແມ່ນ​ເງື່ອນ​ໄຂ​ໂດຍ​ພື້ນຖານ​ໃຫ້​ແກ່​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທະ​ເລກ​ວ່າ​ອີກ.

 

ຕອບກັບ

ຂ່າວ/ບົດ​ອື່ນ