ຫວຽດນາມເຊີດຊູພົນລະເມືອງອັກຊັງຕີນສະໜັບສະໜູນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ

ຫວຽດນາມເຊີດຊູພົນລະເມືອງອັກຊັງຕີນສະໜັບສະໜູນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ - ảnh 1
ທ່ານ ຫງວຽນ​ດິ່ງ​ທາວ​ ​ເມອບ​ໃບ​ຢັ້ງຢືນນ້ຳ​ໃຈ​ກຸສົນ​
ໃຫ້​ທ່ານ Oscar Alberto Goldadler
(ພາບ: vietnam+)

(vovworld) -  ວັນ​ທີ 07/01, ທ່ານ ຫງວຽນ​ດິ່ງ​ທາວ​ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອັກຊັງຕີນ ​ໄດ້ມອບ​ໃບ​ຢັ້ງຢືນນ້ຳ​ໃຈ​ກຸສົນ​ຂອງ​ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາດ​ພິດ​ສີ​ສົມ/ດີ​ໂອ​ຊີ​ນ (VAVA) ​ໃຫ້​ທ່ານ Oscar Alberto Goldadler ​ຍ້ອນ​ບັນດາ​ການ​ປະກອບ​ສ່ວນ ​ແລະ ການ​ສະໜັບສະໜູນ​ຂອງທ່ານ​ໃຫ້​ແກ່​ສະມາຄົມ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ດິ່ງ​ທາວ ​ໄດ້ຂອບ​ໃຈ​ທ່ານ Goldadler ທີ່​ຍາມ​ໃດ​ກໍ່​ສະຫງວນນ້ຳ​ໃຈ​​ອັນ​ລ້ຳ​ຄ່າ​ຂອງໃຫ້​​ແກ່ປະຊາຊົນ ຫວຽດນາມ, ພິ​ເສດ​ແມ່ນ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍຈາກ​ທາດ​ພິດ​ສີ​ສົມ. ທ່ານ​ເອກ​ອັກຄະ​ລັດຖະທູດ​ຢືນຢັນ​ວ່າ: ການ​ສະໜັບສະໜູນ​ຂອງ​ທ່ານ Goldadler ​ໃຫ້​ແກ່ VAVA ​ໄດ້ປະກອບສ່ວນ​ເພີ່ມ​ທະວີ​ຄວາມສາມັກຄີ ​ແລະ ມິດຕະພາບ​ລະຫວ່າງ​ປະ​ຊາ​ຊົນ 2 ປະ​​ເທດ.

ຂ່າວ/ບົດ​ອື່ນ