ຫວຽດນາມເປັນເຈົ້າການຮັບມືກັບພາຍຸRamasun

ຫວຽດນາມເປັນເຈົ້າການຮັບມືກັບພາຍຸRamasun - ảnh 1



(vovworld)- ຕາມ​ສູນ​ອຸຕຸ​ນິຍົມ​ອຸ​ທົກະສາ​ດສູນ​ກາງ​ແລ້ວ, ພາຍຸ​ລູກ​ທີ 2 ມີ​ຊື່ວ່າ Ramasun ພວມ​ພັດ​ເຂົ້າ​ສູ່​ເຂດ​ດິນ​ຕໍ່​ແຜ່ນ ດ້ວຍ​ລົມ​ແຮງ​ສຸດ 134-166 ກິ​ໂລ​ແມັດ/ຊົ່ວ​​ໂມງ. ຕາມພະຍາກອນອາກາດ​ແລ​​້ວ ​​ແຂວງ ຫາຍ​ຟ່ອງ ​ແລະ ກວ໋າງນີງ ຈະຖືກ​ຜົນ​ສະທ້ອນ​ໂດຍ​ກົງ​ຈາກ​ພາ​ຍຸ Ramasun. ປະຈຸ​ບັນ ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ພາຍຸ​ຢູ່​ບັນດາ​ທ້ອງ​ຖິ່ນ​ດັ່ງກ່າວ​ໄດ້​ກຽມພ້ອມ​ແລ້ວ.  ​ໃນ​ນັ້ນ ​ໄດ້​ສ້າງ​ແຜນ​ຍົກ​ຍ້າຍ​ປະຊາຊົນ​ໄປ​​ເຖິງ​ບ່ອນ​ປອດ​ໄພ. ສ່ວນບັນດາ​ກຳລັງ​ປະກອບ​ອາວຸດ ​​ໄດ້​ກຽມພ້ອມ​ປະຕິບັດ​ຫນ້າ​ທີ່​ປ້ອງ​ກັນ ​ແລະ ຕ້ານ​ພາຍຸ ກໍ​ຄື​ຊອກ​ຫາ, ກູ້​ໄພ​ກູ້​ຊີບ.

 

ຕອບກັບ

ຂ່າວ/ບົດ​ອື່ນ