ຫວຽດນາມເລື່ອນ3ຂັ້ນກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດ
(ພາບປະກອບ)
(vovworld) – ຫວຽດນາມ ຖືກຈັດອັນດັບທີ 90 ໃນຈຳນວນ 189 ປະເທດ, ມີພື້ນຖານເສດຖະກິດກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ເລື່ອນ 3 ຂັ້ນເມື່ອທຽບໃສ່ກັບປີກ່ອນ. ບົດລາຍງານປະກາດດັດຊະນີສະພາບແວດລ້ອມແຫ່ງການດຳເນີນທຸລະກິດປີ 2016 (Doing Bussiness 2016) ຂອງທະນາຄານໂລກ ຫາກໍ່ໃຫ້ຮູ້ຄືດັ່ງກ່າວ. ຕາມບົດລາຍງານແລ້ວ, ສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງ ຫວຽດນາມ ມີການປັບປຸງຫລາຍຢ່າງເມື່ອທຽບໃສ່ປີກ່ອນ, ໃນບັນດາຂົງເຂດຄືການດຳເນີນທຸລະກິດ, ການສຳພັດພະລັງງານໄຟຟ້າ, ການສຳພັດບ້ວງສິນເຊື່ອ, ການເສຍພາສີອາກອນ. ໃນຕາລະລາງຈັດອັນດັບປີນີ້, ທະນາຄານໂລກ ກໍເພີ່ມເຕີມຕື່ມບາງມາດຖານຄື: ຄຸນນະພາບບັນດາຂໍ້ກຳນົດກ່ຽວກັບການກໍ່ສ້າງ ແລະ ປະຕິບັດ; ລະດັບຄວາມໄວ້ເນື້ອເຊື່ອໃຈໃນການສະໜອງໄຟຟ້າ, ລັກສະນະໂປ່ງໃສຂອງພາສີອາກອນ ແລະ ລາຄາໄຟຟ້າ. ຕາມບົດລາຍງານແລ້ວ, ບັນດາພື້ນຖານເສດຖະກິດທີ່ຂຶ້ນກັບທຸກກຸ່ມລາຍຮັບ ລ້ວນແຕ່ປະຕິບັດການປະຕິຮູບ, ໃນນັ້ນ ບັນດາປະເທດນຳໜ້າລວມມີ: ຫວຽດນາມ, ຈີນ ແລະ ອິນໂດເນເຊຍ.