ຫວຽດນາມ-ເວເນຊູເອລາ ເປີດກ້ວາງການຮ່ວມມືໃນຫຼາຍຂົງເຂດ

ຫວຽດນາມ-ເວເນຊູເອລາ ເປີດກ້ວາງການຮ່ວມມືໃນຫຼາຍຂົງເຂດ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ  ຮ່ວາງ​ຈຸ​ງຫາຍ ​
​ຕ້ອນຮັບ​ທ່ານ​ຮອງ​ປະທານາທິບໍດີ ​ເວ​ເນ​ຊູ​​ເອລາ
(ພາບ: Chinhphu.vn)

(vovworld) – ​ ວັນ​ທີ 11/3, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງ​ຈຸ​ງຫາຍ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ຮອງ​ປະທານາທິບໍດີ ​ເວ​ເນ​ຊູ​​ເອລາ Elias Joes Jaua Milano  ທີ່​ພວມ​ຢູ່​ຢ້ຽມຢາມ​ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງ​ຈຸ​ງຫາຍ ​ໄດ້​ສະ​ແດງ​ຄວາມ​ພາກພູມ​ໃຈ​ເມື​່ອ 2 ຝ່າຍ​​ເປັນ​ເອກະ​ພາບນຳ​ກັນ​​​ຕໍ່ແຜນການ​ເປີດ​ກ້ວາງ​ການ​ພົວພັນ​ຮ່ວມ​ມື​​ໃນ​ບັນດາ​ຂົງ​ເຂດ​ອື່ນໆ​ທີ່​​ເໝາະ​ສົມກັບ​ຄວາມ​ຕ້ອງການ ​ແລະ ທ່າ​ແຮງ​ຂອງ​ແຕ່ລະ​ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ, ພິ​ເສດ​ແມ່ນ​ກ່ຽວ​ກັບ​ພະລັງງານ​ນ້ຳມັນ​ອາຍ​ແກັດ, ກະສິກຳ-​ປ່າ​ໄມ້-​ສິນ​ໃນ​ນ້ຳ, ອຸດສາຫະກຳ​ປະດິດ​ສ້າງ ​ແລະ ຜະລິດ​ສິນຄ້າ​​ໃຊ້​ສອຍ. ​ເມື່ອ​ເນັ້ນ​ໜັກ​​ເຖິງຄວາມ​ສາມາດ​ບົ່ມ​ຊ້ອນ​ພັດທະນາ​ກະສິກຳ​ຂອງ ​ເວ​ເນ​ຊູ​​ເອລາ, ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ ຢືນຢັນ​ຄຳ​ໝັ້ນ​ສັນຍາ​ຂອງ ຫວຽດນາມ ວ່າ:  ຫວຽດນາມ ຈະ​ສືບ​ຕໍ່​ຮ່ວມ​ມື​ດ້ານ​ກະສິກຳ​ ກັບ ​ເວ​ເນ​ຊູ​​ເອລາ. ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ຈະ​ແມ່ນ​ຂອດ​ແລກປ່ຽນ​ບັນດາ​ມາດຕະການ​ທີ່​ລະອຽດ​ກັບ​ອົງການ​ທີ່​ກ່ຽວຂ້ອງຂອງ ​ເວ​ເນ​ຊູ​​ເອລາ. ທ່ານ​ຮອງ​ປະທານາທິບໍດີ Elias Joes Jaua Milano ​ໄດ້​ສົ່ງ​ສານ​ຂອງ​ທ່ານ​ປະທານາທິບໍດີ ​ເວ​ເນ​ຊູ​​ເອລາ ກ່ຽວ​ກັບ​ນ້ຳ​ໃຈ​ສາມັກຄີ, ການ​ຮ່ວມ​ມື 2 ປະ​ເທດ; ​ແລະ ປາດ​ຖະໜາ​ວ່າ 2 ຝ່າຍ​ເພີ່ມ​ທະວີ​ໃນ​ບັນດາ​ຂົງ​ເຂດ​ການ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ ​ແລະ ​ແກ້​ໄຂ​ບັນດາ​ດ້ານ​ທີ່​ຍັງ​ຫຍຸ້ງຍາກ ​ເພື່ອ​ເປີດ​ກ້ວາງ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ໃໝ່.

ຂ່າວ/ບົດ​ອື່ນ