ຫວຽດນາມແລະຍີ່ປຸ່ນສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆ

ຫວຽດນາມແລະຍີ່ປຸ່ນສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ (ຂວາ) ແລະ ທ່ານ Fukada Hiroshi
(ພາບ: VGP/Lê Sơn)

(vovworld) – ວັນ​ທີ 9/4, ທີ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Fukada Hiroshi, ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ ມາ​ອວຍພອນ​ບັນດາ​ສະມາຊິກ​ລັດຖະບານ​ຊຸດ​​ໃໝ່. ທີ່​ການ​ຕ້ອນຮັບ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ  ຕີ​ລາຄາ​ສູງ​​ເລື່ອງ ຍີ່ປຸ່ນ ຈັດ​ຕັ້ງ​ກອງ​ປະຊຸມ G7 ​ແລະ ກອງ​ປະຊຸມ G7 ​ເປີດ​ກ້ວາງ​ໃນ​ເດືອນ 5/2016 ຈະ​ມາ​ເຖິງ.  ທ່ານ ຫງວຽນຊວນ​ຟຸກ ຫວັງ​ວ່າ: ຢູ່​ນອກ​ກອງ​ປະຊຸມ​ນີ້, ຝ່າຍ ຍີ່ປຸ່ນ ຈະ​ຈັດ​ຕັ້ງ​ການ​ພົບ​ປະ 2 ຝ່າຍ ​ເພື່ອ​ໃຫ້ 2 ປະ​ເທດ ພ້ອມ​ກັບ​ປຶກສາ​ຫາລື​ບັນດາ​ເນື້ອ​​ໃນ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ລະ​ຫວ່າງ 2 ປະ​ເທດ​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ. ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ Fukada Hiroshi ​ໃຫ້​ຮູ້​ວ່າ: ຢູ່​ນອກ​ກອງ​ປະຊຸມ G7 ຈະ​ມາ​ເຖິງ, ທ່ານ ຫງວຽນ​ຊວນ​ຟຸກ ​ແລະ ທ່ານ​ນາຍົກລັດຖະມົນຕີ ຍີ​່ປຸ່ນ Shinzo Abe ຈະ​ດຳ​ເນີນ​ການ​ເຈລະຈາ 2 ຝ່າຍ, ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ ບໍ່​ພຽ​ງ​ແຕ່​ໃນ​ຂົງ​ເຂດ​ເສດຖະກິດ​ເທົ່າ​ນັນ ຫາກ​ຍັງ​ໃນ​ຫຼາຍ​ຂົງ​ເຂດ​ອື່ນໆ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກອີກ​ດ້ວຍ.

ຂ່າວ/ບົດ​ອື່ນ