ຫວຽດນາມແລະຍີ່ປຸ່ນສວມບົດບາດໃຈກາງໃນອາຊຽນ
ທ່ານ Yukio Hatoyama ອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ
photo:internet
|
(vovworld)- ເມື່ອຕອບສຳພາດຕໍ່ນັກຂ່າວຂ່າວສານຫວຽດນາມເນື່ອງໃນໂອກາດກອງປະຊຸມສຸດຍອດ ຍີ່ປຸ່ນ -ອາຊຽນ ແລະ ການຢ້ຽມຢາມ ຍີ່ປຸ່ນ ໄລຍະຈະມາເຖິງຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢູງ, ທ່ານ Yukio Hatoyama ອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ ໄດ້ຢືນຢັນ: ການພົວພັນລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ບໍ່ພຽງແຕ່ແມ່ນສາຍພົວພັນຄູ່ຮ່ວມມືຍຸດທະສາດເທົ່ານັ້ນ ຫາກສອງປະເທດເພື່ອນມີດຍັງມີການສະຫນິດຕິດພັນຢ່າງແຫນ້ນແຟ້ນອີກດ້ວຍ. ທ່ານ Hatoyama ຕີລາຄາສູງການສ້າງສາຍພົວພັນທີ່ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ ລະຫວ່າງການນຳສອງປະເທດ ກໍຄືບັນດາອາລົມຈິດລະຫວ່າງປະຊາຊົນສອງປະເທດ. ກ່ຽວກັບການພົວພັນລະຫວ່າງ ຍີ່ປຸ່ນ ແລະ ອາຊຽນ, ທ່ານ Hatoyama ຖືວ່າ: ສຳລັບແຕ່ລະປະເທດອາຊຽນ, ຍີ່ປຸ່ນ ຈະມີບັນດາການຫນູນຊ່ວຍ ລະອຽດແມ່ນການຊ່ວຍເຫລືອພັດທະນາຢ່າງເປັນທາງການ (ODA). ຍີ່ປຸ່ນ ຈະຮ່ວມມືຢ່າງແຫນ້ນແຟ້ນກັບບັນດາປະເທດໃນອາຊຽນ ເພື່ອສຳເລັດລະບົບພື້ນຖານໂຄງລ່າງ. ເລ່ືອງຍົກສູງການພົວພັນອັນດີງາມລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ຈະສ້າງສະພາບແວດລ້ອມໃຫ້ແກ່ການຮ່ວມມືໃນພາກພື້ນ. ທ່ານ Hatoyama ຕີລາຄາວ່າ: ຫວຽດນາມ ຈະສວມບົດບາດໃຈກາງໃນປະຊາຄົມເສດຖະກິດລວມ ອາຊຽນ ໃນປີ 2015.