ຫວຽດນາມແລະຍີ່ປຸ່ນເປັນເອກະສັນເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

ຫວຽດນາມແລະຍີ່ປຸ່ນເປັນເອກະສັນເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ - ảnh 1
ທ່ານ ຫງວຽນຊວນຟຸກ ແລະ ທ່ານ Shinzo Abe
(ພາບ:Thống Nhất-TTXVN)

(vovworld) -  ​ໃນ​ການ​ຢ້ຽມຢາມ​ ຍີ່ປຸ່ນ ​ແລະ ​ເຂົ້າ​ຮ່ວມກອງ​ປະຊຸມ​ສຸດ​ຍອດ ​ຈີ7 ​ເປີດ​ກວ້າງ, ຕອນ​ບ່າຍ​ວັນ​ທີ 28/5, ທ່ານນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄປ​ຍັງ​ນະຄອນຫຼວງ​ໂຕ​ກຽວ, ຢ້ຽມຢາມ​ ຍີ່ປຸ່ນ ​ຢ່າງ​ເປັນ​ທາງ​ການ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe. ທີ່​ການ​ເຈລະຈາ, ທ່ານນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ  ​ແລະ ​ທ່ານ​ນາຍົກລັດຖະມົນຕີ Shinzo Abe ​​ໄດ້​ປຶກສາ​ຫາລື​ບັນດາ​ມາດ​ຕະການ

​ເພື່ອ​ນຳ​ການພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຢ່າງ​ເລິກ​ເຊິ່ງກວ້າງຂວາງ​ລະຫວ່າງ ຫວຽດນາມ - ຍີ່ປຸ່ນ​ໃຫ້​ພັດທະນາ​ທຸກ​ດ້ານ, ​ແທດ​ຈິງ, ມີ​ປະສິດທິຜົນ​ກວ່າ​ອີກ​ໃນ​ໄລຍະ​ຈະ​ມາ​ເຖິງ. ສອງ​ຝ່າຍ​ຈະ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ຊຸກຍູ້​ການ​ເຊື່ອມ​ຈອດ​ສອງ​ພື້ນຖານ​ເສດຖະກິດ. ສອງ​ຝ່າຍ​ເຫັນ​ດີ​ສົມທົບ​ກັນ​ຊຸກຍູ້​ການ​ລົງທຶນ​ຂອງ​ຍີ່ປຸ່ນ​ເຂົ້າ​ຫວຽດນາມ; ຢືນຢັນ​ຈະ​ຮ່ວມ​ມື​ນຳກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ຜັນ​ຂະຫຍາຍ​ຍຸດ​ທະ​ສາດ​ຫັນ​ເປັນ​ອຸດສາຫະກຳ​ຂອງ ​ຫວຽດນາມ ​ໃນ​ຂອບ​ເຂດ​ການ​ຮ່ວມ​ມື ຫວຽດນາມ - ຍີ່ປຸ່ນ​ ເຖິງ​ປີ 2020 ​ແລະ ວິ​ໄສ​ທັດ 2030… ທ່ານ​ນາຍົກລັດຖະມົນຕີ Shinzo Abe ຖະ​ແຫຼ​ງຈະ​ສະໜອງ​ບ້ວງ​ເງິນ​ຊ່ວຍ​ເຫຼືອ​ລ້າ​ຮີບ​ດ່ວນ 2,5 ລ້ານ​ USD ​ໃຫ້​ແກ່ ຫວຽດນາມ ​ເພື່ອ​ແກ້​ໄຂ​ບັນຫາ​ໄພ​ແຫ້ງ​ແລ້ງ, ການ​ນ້ຳ​ທະ​ເລ​ຊືມ​ເຂົ້າ ​ແລະ ຢືນຢັນ​ວ່າ, ຍີ່ປຸ່ນ​ພ້ອມ​ແລ້ວ​ທີ່​ຈະ​ພິຈາລະນາ, ສະໜອງ​ທຶນ​ກູ້​ຢືມ ODA ​ເພື່ອ​ກໍ່ສ້າງ​ບັນດາ​ເຂື່ອນ, ຝາຍ, ອ່າງ​ບັນຈຸ​ນ້ຳ ​ແລະ ໜູນ​ຊ່ວຍ​ບົນ​ພື້ນຖາ​ນຂໍ້​ສະ​ເໜີ​ລະອຽດ​ຂອງ ຫວຽດນາມ.

        ພາຍຫຼັງ​ການ​ເຈລະຈາ, ທ່ານນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ  ​ແລະ ທ່ານ​ນາຍົກລັດຖະມົນຕີ Shinzo Abe ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ເອກະສານ 5 ສະບັບ​ລະຫວ່າງ​ກະຊວງ, ຂະ​ແໜງ​ການ, ອົງການ​ຕ່າງໆ​ຂອງ​ສອງ​ປະ​ເທດ. ຕໍ່​ຈາກ​ນັ້ນ, ນາຍົກລັດຖະມົນຕີທັງສອງ​ທ່ານ ​ໄດ້​ມີ​ການ​ພົບ​ປະ​ກັບ​ວົງ​ການ​ສື່​ມວນ​ຊົນ​ເພື່ອ​ແຈ້ງ​ຜົນ​ແຫ່ງ​ການ​ເຈລະຈາ.

        ​ໃນ​ວັນ​ດຽວ​ກັນ, ທ່ານນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ໃຫ້ການ​ຕ້ອນຮັບ​ການ​ນຳ​ບາງ​ອົງການ, ກຸ່ມ​ບໍລິສັດ​ຂອງ​ຍີ່ປຸ່ນ​ເຊັ່ນ: ປະທານ​ອົງການ​ຮ່ວມ​ມື​ສາກົນ (JICA).

 

 

ຂ່າວ/ບົດ​ອື່ນ