ຫວຽດນາມແລະສເກົາຫລີຮ່ວມມືມອບໂອນເຕັກໂນໂລຊີປະຢັດພະລັງງານແລະ ຮັກສາສິ່ງແວດລ້ອມ
ຫວຽດນາມແລະສເກົາຫລີຮ່ວມມືມອບໂອນເຕັກໂນໂລຊີປະຢັດພະລັງງານ
|
(vovworld)- ຕອນບ່າຍວັນທີ 28/2 ຢູ່ ນະຄອນ ໂຮ່ຈິມີນ, ກົມໝູນໃຊ້ ແລະ ພັດທະນາເຕັກໂນໂລຊີ (ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ) ແລະ ສະມາຄົມຕ່ຳແຜ່ນຕັດຫຍິບຖັກແສ່ວ ນະຄອນໂຮ່ຈິມີນ ສົມທົບກັບບັນດາຄູ່ຮ່ວມມື ສເກົາຫລີ ຈັດຕັ້ງກອງປະຊຸມສຳມະນາ “ເຕັກໂນໂລຊີໃຫມ່ໃນການປະຢັດພະລັງງານ ແລະ ຮັກສາສິ່ງແວດລ້ອມ” ພ້ອມທັງເຊັນຂໍ້ຕົກລົງການຮ່ວມມືມອບໂອນເຕັກໂນໂລຊີໃນຂົງເຂດນີ້ລະຫວ່າງບັນດາຫົວຫນ່ວຍ, ວິສາຫະກິດ ຫວຽດນາມ ແລະ ສເກົາຫລີ”. ທ່ານຟ້າມເທຢູງ, ຮອງຫົວຫນ້າກົມ ກົມໝູນໃຊ້ ແລະ ພັດທະນາເຕັກໂນໂລຊີ ໃຫ້ຮູ້ວ່າ: ການໝູນໃຊ້ເຕັກໂນໂລຊີໃຫມ່ໃນຂົງເຂດສິ່ງແວດລ້ອມ ເພື່ອແນໃສ່ຫລຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ພັດທະນາການຜະລິດພະລັງງານຄືນໃຫມ່ໂດຍໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກລັດຖະບານ.
ທີ່ກອງປະຊຸມສຳມະນາ, ບັນດາວິສາຫະກິດ ສເກົາຫລີ ໄດ້ແບ່ງປັນ, ແນະນຳບັນດາເຕັກໂນໂລຊີໃຫມ່ປະຢັດໄຟຟ້າໃນໂຮງຈັກໂຮງງານ, ການບຳບັດນ້ຳເສຍໃນການເຄື່ອນໄຫວຜະລິດອຸດສາຫະກຳມຸ່ງໄປເຖິງເປົ້າໝາຍປະຢັດພະລັງງານ ແລະ ຜະລິດພະລັງງານຄືນໃຫມ່.