ຫວຽດນາມແລະອິນໂດເນເຊຍຊຸກຍູ້ຄູ່ຮ່ວມມືຍຸດທະສາດ

(VOVWORLD) -ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ອິນໂດເນເຊຍ, ໃນລະຫວ່າງແຕ່ວັນທີ 19 – 21 ກໍລະກົດ.
ຫວຽດນາມແລະອິນໂດເນເຊຍຊຸກຍູ້ຄູ່ຮ່ວມມືຍຸດທະສາດ - ảnh 1(ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານພັກກຳອຳນາດປະຊາທິປະໄຕອິນໂດເນເຊຍ ຕໍ່ສູ້ Megawati Soekarnoputri)

ວັນທີ 20 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານພັກກຳອຳນາດປະຊາທິປະໄຕອິນໂດເນເຊຍ ຕໍ່ສູ້ Megawati Soekarnoputri; ເຮັດວຽກກັບທ່ານປະທານຄະນະກຳມະການປະສານງານການລົງທຶນ Thomas Lembong; ເຂົ້າຮ່ວມ ແລະ ມີບົດກ່າວປາໄສສຳຄັນທີ່ການໂອ້ລົມສົນທະນາກັບກຸ່ມນັກຊ່ຽວຊານຂັ້ນສູງ ແລະ ນັກທຸລະກິດ Megawati Soekarnoputri.

        ທີ່ການພົບປະກັບທ່ານປະທານພັກກຳອຳນາດປະຊາທິປະໄຕອິນໂດເນເຊຍ ຕໍ່ສູ້ Megawati Soekarnoputri, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ, ນັບທັງ 2 ຝ່າຍ ແລະ ຫຼາຍຝ່າຍ, ປະກອບສ່ວນເຂົ້າໃນການປັບປຸງຄວາມສາມັກຄີ, ເອກະພາບ ແລະ ເສີມຂະຫຍາຍບົດບາດໃຈກາງຂອງອາຊຽນ ໃນພາກພື້ນ.

        ທີ່ການພົບປະກັບທ່ານປະທານຄະນະກຳມະການປະສານງານລົງທຶນ Thomat Lembong, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ສະເໜີໃຫ້ອິນໂດເນເຊຍ ເພີ່ມທະວີການລົງທຶນເຂົ້າຫວຽດນາມ, ເຂົ້າຮ່ວມວິວັດທະນາການປະຕິຮູບ, ສ້າງລັດວິສາຫະກິດຄືນໃໝ່, ສ້າງໂຄງປະກອບລະບົບການເງິນ - ທະນາຄານຄືນໃໝ່.

        ກ່ອນໜ້ານັ້ນ, ໄດ້ດຳເນີນການໂອ້ລົມສົນທະນາດ້ວຍຫົວຂໍ້ວ່າ “ການຫັນປ່ຽນທາງດ້າພູມສາດ - ການເມືອງ, ພູມສາດ - ເສດຖະກິດ ຢູ່ພາກພື້ນ ແລະ ການປະພຶດຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນມີຫວຽດນາມ ແລະ ອິນໂດເນເຊຍ”. ກ່າວຄຳເຫັນທີ່ພີທີໄຂ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ເນັ້ນໜັກວ່າ, ຫວຽດນາມ ແລະ ອິນໂດເນເຊຍ ເວົ້າສະເພາະ ແລະ ອາຊຽນ ເວົ້າລວມ ຄວນເພີ່ມທະວີການຮ່ວມມື, ປັບປຸງຄວາມສາມັກຄີພາຍໃນກຸ່ມກວ່າອີກ, ສົມທົບກັນຢ່າງແໜ້ນແຟ້ນເພື່ອຮັບມືກັບບັນດາສິ່ງທ້າທາຍໃຫ້ ດີກວ່າ, ຍາດແຍ່ງກາລະໂອກາດເພື່ອຮັບໃຊ້ບັນດາຄາດໝາຍຄວາມໝັ້ນຄົງ, ພັດທະນາ, ກໍຄືການປະກອບສ່ວນຮັບປະກັນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ຄວາມວັດທະນາຖາວອນລວມຢູ່ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ